ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 15 ພະຈິກ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 254.009.067 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 5.114.949 ຄົນ.
ພາບປະກອບ: TTXVN

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 340.906 ຄົນ ແລະ ມີຜູ້ເສຍຊີວິດຕື່ມອີກ 4.404 ຄົນ. ລັດເຊຍແມ່ນ ປະເທດມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ຫຼາຍທີ່ສຸດໃນໂລກ, ຕາມລຳດັບແມ່ນ 38.823 ຄົນ ແລະ 1.219 ຄົນ. ອັງກິດແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍອັນດັບທີ 2 ຂອງ ໂລກ ດ້ວຍ 36.517 ຄົນ ແລະ ເຢຍລະມັນແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍອັນດັບທີ 3 ຂອງໂລກດ້ວຍ 29.048 ຄົນ. ສິ່ງນີ້ ສະແດງໃຫ້ເຫັນວ່າ ການແຜ່ລະບາດໃນ ຍາມລະດູໜາວ ພວມບຸກໂຈມຕີ ເອີລົບ.
(ແຫຼ່ງຄັດຈາກ VOV)

top