ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢ​ູ່ ຫວຽດ​ນາມ ແລະ ໃນ​ໂລກ

ຕາມເວັບໄຊສິຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 30 ພະຈິກ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ກ່ວາ 63 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 1.464.764 ຄົນ ແລະ ມີຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 43.531.365 ຄົນ.

ພາບປະກອບ: AFP/TTXVN 

ປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງແມ່ນ ອາເມລິກາ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 29 ແລະ 30 ພະຈິກ, ບັນດາອົງການທີ່ມີໜ້າທີີ່ຮັບຜິດຊອບ ຂອງ ຫວຽດນາມ ປະຈຳຍີ່ປຸ່ນ, ອິນໂດເນເຊຍ, ເອີລົບ ແລະ ອາບຟຼິກກາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ ພາຍໃນປະເທດ, ບໍລິສັດການບິນແຫ່ງຊາດ, ບໍລິສັດການບິນ Vietjet ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ 22 ປະເທດປະຈຳຖິ່ນ ຈັດບັນດາຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ ກ່ວາ 650 ຄົນ ກັບເມືອປະເທດ ຢ່າງປອດໄພ.

        ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເກິ່ນເທີ ແລະ ເຕິນເຊີນເຍິດ, ຜູ້ໂດຍສານທຸກຄົນ ໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.   

(ແຫຼ່ງຄັດຈາກ VOV)


top