ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ​

ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 2.526 ຄົນ, ໃນນັ້ນ ມີ 2.004 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ 35 ຄົນ ເສຍຊີວິດ.
 ການເອົາຕົວຢ່າງກວດຫາເຊື້ອພະຍາດໂຄວິດ - 19 ຢູ່ ອິນເດຍ (ພາບ: THX/TTXVN)

ໄລ່ຮອດເວລາ 6 ໂມງຂອງວັນທີ 10 ມີນາ, ຫວຽດນາມ ຢັ້ງຢືນບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 2.526 ຄົນ, ໃນນັ້ນ ມີ 2.004 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ 35 ຄົນ ເສຍຊີວິດ.         ໃນຮອບເວລາ 25 ວັນຢ່າງລຽນຕິດມີ 10 ແຂວງ, ນະຄອນບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກໃນຊຸມຊົນ ນັ້ນແມ່ນ: ຮ່ວາບິ່ງ, ດ້ຽນບຽນ, ຮ່າຢາງ, ບິ່ງເຢືອງ, ຮືງອຽນ, ບັກຢາງ, ຢາລາຍ, ບັກນິງ, ກ໋ວາງນິງ ແລະ ນະຄອນ ໂຮ່ຈີມິນ. ຮ່າໂນ້ຍ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ໃນຊຸມຊົນເປັນເວລາ 22 ວັນແລ້ວ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 10 ມີນາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຫຼາຍກວ່າ 18 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 2,6 ລ້ານຄົນ ເສຍຊີວິດ. ອາເມລິກາ ສືບຕໍ່ແມ່ນປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດດັ່ງກ່າວ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 29,8 ລ້ານຄົນ ແລະ ມີກວ່າ 540.000 ຄົນ ເສຍຊີວິດ, ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ. ສະພາບການໂລກລະບາດໂຄວິດ - 19 ຢູ່ ເອີຣົບ ຍັງສືບຕໍ່ມີການຜັນແປຢ່າງສັບສົນ ເມື່ອຈຳນວນຜູ້ຕິດເຊື້ອນັບມື້ນັບເພີ່ມຂຶ້ນ.

(ແຫຼ່ງຄັດຈາກ VOV)


top