ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

ແຊງໃໝ່ຂອງເຊື້ອໄວຣັດ Omicron ໄດ້ແຜ່ລາມຢູ່ ອົດສະຕາລາ. ວັນທີ 4 ພຶດສະພາ, ອົງການສາທາລະນະສຸກຂອງ ອົດສະຕາລີ ກໍຢັ້ງຢືນວ່າ ກວດພົບ 3 ແຊມໃໝ່ຂອງ ເຊື້ອໄວຣັດກາຍພັນ Omicron ຢູ່ນຳຄົນເຈັບທີ່ຕິດເຊື້ອໂຄວິດ - 19.

ແຊງໃໝ່ຂອງເຊື້ອໄວຣັດ Omicron  ໄດ້ແຜ່ລາມຢູ່ ອົດສະຕາລາ. ວັນທີ 4 ພຶດສະພາ, ອົງການສາທາລະນະສຸກຂອງ ອົດສະຕາລີ ກໍຢັ້ງຢືນວ່າ ກວດພົບ 3 ແຊມໃໝ່ຂອງ ເຊື້ອໄວຣັດກາຍພັນ Omicron ຢູ່ນຳຄົນເຈັບທີ່ຕິດເຊື້ອໂຄວິດ - 19. 

    

ພາບປະກອບ: VOV

ຕາມເວັບໄຊສະຖິຕິ, ໄລ່ຮອດເວລາ 1 ໂມງຂອງວັນທີ 5 ພຶດສະພາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດກວ່າ 515,2 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 6,26 ລ້ານຄົນ. ອາເມລິກາ ຍັງຄົງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ໄລ່ຮອດປັດຈຸບັນນີ້ມີຜູ້ຕິດເຊື້ອກວ່າ 83,3 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 1 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ແຊງໃໝ່ຂອງເຊື້ອໄວຣັດ Omicron  ໄດ້ແຜ່ລາມຢູ່ ອົດສະຕາລາ. ວັນທີ 4 ພຶດສະພາ, ອົງການສາທາລະນະສຸກຂອງ ອົດສະຕາລີ ກໍຢັ້ງຢືນວ່າ ກວດພົບ 3 ແຊມໃໝ່ຂອງ ເຊື້ອໄວຣັດກາຍພັນ Omicron ຢູ່ນຳຄົນເຈັບທີ່ຕິດເຊື້ອໂຄວິດ - 19. ວົງການສາທາລະນະສຸກຂອງ ອົດສະຕາລີ ໄດ້ກ່າວເຕືອນໃຫ້ ປະຊາຊົນຈົ່ງລະມັດລະວັງໃນລະດູໜາວປີນີ້ (ເລີ່ມແຕ່ເດືອນມິຖຸນາ ຫາເດືອນກັນຍາ) ຍ້ອນຈຳນວນຜູ້ຕິດເຊື້ອໂຄວິດ - 19 ແລະ ຜູ້ເປັນຫວັດເພີ່ມຂຶ້ນຢ່າງກະທັນຫັນ ໃນສະພາບທີ່ລັດຖະບານປະເທດນີ້ ແລະ ອຳນາດການປົກຄອງລັດຕ່າງໆ ພວມຄ່ອຍໆຍົກເລີກມາດຕະການປ້ອງກັນ, ຕ້ານໂລກລະບາດເທື່ອລະກ້າວ.

 

ສ່ວນຢູ່ ຫວຽດນາມ, ວັນທີ 5 ພຶດສະພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19ໃໝ່ຫຼາຍ 1.217 ຄົນ ເມື່ອທຽບໃສ່ກັບວັນທີ 4 ພຶດສະພາ. ຕາມນັ້ນແລ້ວ, ຫວຽດນາມ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 4.305 ຄົນ. ມາຮອດຕອນບ່າຍວັນທີ 5 ພຶດສະພາ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ກ່ວາ 9,3 ລ້ານຄົນ.

(ແຫຼ່ງຄັດຈາກ VOV)


top