ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

ຕາມເວັບໄຊ ສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 13 ກໍລະກົດ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 188 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4 ລ້ານຄົນ.
ພາບປະກອບ

ນັບແຕ່ເວລາ 18 ໂມງຂອງວັນທີ 12 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 13 ກໍລະກົດ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 466 ຄົນ, ດັ່ງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 32.665 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 9.331 ຄົນ, ມີຜູ້ເສຍຊີວິດ 125 ຄົນ ແລະ ມີຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ແມ່ນກ່ວາ 4 ລ້ານຄົນ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊ ສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 13 ກໍລະກົດ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 188 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4 ລ້ານຄົນ. ໃນໄລຍະເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 376.500 ຄົນ. ຈຳນວນຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດແມ່ນຢູ່ ອິນໂດເນເຊຍ, ຖັດຈາກນັ້ນແມ່ນ ອັງກິດ, ອິນເດຍ, ລັດເຊຍ…

        ໃນວັນທີ 12 ກໍລະກົດ, ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ໄດ້ກ່າວເຕືອນກ່ຽວກັບການແຜ່ລະບາດຢ່າງຮ້າຍແຮງຂອງ ເຊື້ອໄວຣັດສາຍພັນ Delta ໃນທົ່ວໂລກ. ທ່ານ  Tedros Adhanom Ghebreyesus ຮຽກຮ້ອງໃຫ້ບັນດາປະເທດແບ່ງປັນວັກຊິນ, ພ້ອມທັງຖືວ່າ ໂລກຕ້ອງສາມັກຄີກັນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)


top