ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ທົ່ວ​ໂລກ

ໄລ່ຮອດຕອນເຊົ້າວັນທີ 02 ມິຖຸນາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 171,8 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,57 ລ້ານຄົນເສຍຊີວິດ. ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ; ຖັດຈາກນັ້ນແມ່ນ ອິນເດຍ; ບຣາຊິນ ຢືນອັນດັບທີ 3.

ໄລ່ຕາມອັດຕາປະຊາກອນ, ຮຸງກາຣີ ແມ່ນປະເທດທີ່ມີອັດຕາຜູ້ເສຍຊີວິດຫຼາຍທີ່ສຸດ, ຕາມນັ້ນແລ້ວໃນຈຳນວນ 100.000 ຄົນໃດ ກໍຄື308 ຄົນ ເສຍຊີວິດ.

        ຖ້າໄລ່ຕາມພາກພື້ນແລ້ວ, ປັດຈຸບັນ, ເອີຣົບ ມີຜູ້ຕິດເຊື້ອຫຼາຍກວ່າ 52,9 ລ້ານຄົນ, ໃນນັ້ນມີກວ່າ 1,1 ລ້ານຄົນ ເສຍຊີວິດ. ຖັດຈາກນັ້ນແມ່ນບັນດາປະເທດ ອາເມລິກາ ລາຕິນ ແລະ ກາຣີເບ; ອາເມລິກາເໜືອ; ອາຊີ; ຕາເວັນອອກກາງ, ອາຟະລິກາ ແລະ ທະວີບໂອເຊອາເນຍ.

ສະເພາະຢູ່ ຫວຽດນາມ, ນັບແຕ່ເວລາ 12 ໂມງ ຫາເວລາ 18 ໂມງຂອງວັນທີ 02 ມິຖຸນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 138 ຄົນ. ເປັນອັນວ່າ, ໄລ່ຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອທັງໝົດ 7.813 ຄົນ, ໃນນັ້ນ ມີ 3.085 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ມີ 49 ຄົນເສຍຊີວິດ. 
(ແຫຼ່ງຄັດຈາກ VOV)

top