ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 505,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,2 ລ້ານຄົນ.

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 505,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,2 ລ້ານຄົນ.

    

ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 20 ເມສາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 505,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,2 ລ້ານຄົນ.

        ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດໃນໂລກ, ປະຈຸບັນມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 82,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1 ລ້ານຄົນ. ຢູ່ນະຄອນ ຊຽງໄຮ້, ປະເທດ ຈີນ, ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ຕື່ມອີກ 7 ຄົນ ໃນສະພາບທີ່ປະເທດນີ້ຍັງປະຕິບັດການປິດລ້ອມຍ້ອນຈຳນວນກໍລະນີຕິດເຊື້ອເພີ່ມຂຶ້ນຢ່າງໄວ. ໃນຂະນະນັ້ນ, ລາວ ມີຄວາມວິຕົກກັງວົນວ່າ ຈະມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນຢ່າງແຮງ ພາຍຫຼັງພັກຫຼີ້ນບຸນປີໃໝ່ 5 ມື້ (ແຕ່ວັນທີ 13 – 17 ເມສາ) ຍ້ອນມີການເຄື່ອນໄຫວເຕົ້າໂຮມກັນຫຼາຍຄົນ, ທາງກະຊວງສາທາລະນະສຸກ ລາວ ໄດ້ກ່າວເຕືອນໃຫ້ປະຊາຊົນພາຍຫຼັງເຂົ້າຮ່ວມບັນດາການເຄື່ອນໄຫວຕ້ອນຮັບບຸນປີໃໝ່ ຄວນຕິດຕາມອາການສຸຂະພາບຂອງຕົນເປັນເວລາ 7 ວັນ.

 

ສ່ວນຢູ່ຫວຽດນາມ ນັບແຕ່ເວລາ 16 ໂມງຂອງວັນທີ 19 ເມສາ ຫາເວລາ 16 ໂມງຂອງວັນທີ 20 ເມສາ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 13.271 ຄົນ, ດັ່ງນັ້ນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 10.502.590 ຄົນ, ໃນນັ້ນມີ 9.068.234 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

(ແຫຼ່ງຄັດຈາກ VOV)


top