ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງວັນທີ 24 ມີນາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກ່ວາ 475,8 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 6,12 ລ້ານຄົນ.

ພາບປະກອບ

ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຢູ່ ສ.ເກົາຫຼີ. ອົງການຄວບຄຸມ ແລະ ປ້ອງກັນໂລກລະບາດ ສ.ເກົາຫຼີ (KDCA) ປະກາດວ່າ ວັນທີ 24 ມີນາ ປະເທດນີ້ ກວດພົບມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຫຼາຍທີ່ສຸດນັບແຕ່ເວລາເກີດໂລກລະບາດໂຄວິດ - 19ມາ, ດ້ວຍ 470 ຄົນ, ເຖິງວ່າຜູ້ຕິດເຊື້ອໃໝ່ໄດ້ຫຼຸດລົງຍັງເຫຼືອ 395.598 ຄົນ.

ສ່ວນຢູ່ເອີລົບ, ປອດຕຸຍການ ໄດ້ປະກາດວ່າຍັງຮັກສາຄຳກ່າວເຕືອນກ່ຽວກັບໂລກລະບາດໃນປັດຈຸບັນໄວ້ ຈົນຮອດວັນທີ 18 ເມສາຈະມາເຖິງ. ຕາມນັ້ນແລ້ວ, ປະຊາຊົນຍັງຕ້ອງໃສ່ຜ້າອັດປາກ - ດັງເມື່ອອອກໄປເຂດສາທາລະນະ.

ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 16 ໂມງຂອງວັນທີ 23 ມີນາ ຫາເວລາ 16 ໂມງຂອງວັນທີ 24 ມີນາ, ຫວຽດນາມ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 120.000 ຄົນ. ດັ່ງນັ້ນ, ມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 8.599.751 ຄົນ, ໃນນັ້ນ ມີ 4.826.024 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

(ແຫຼ່ງຄັດຈາກ VOV)

top