ຂ່າວສານ

ສະ​ພາບ​ການ​ທ່ອ​ງ​ທ່ຽວ ຢູ່ ຫວຽດ​ນາມ ພາຍ​ຫຼັງ​ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ​ຢ່າງ​ເປັນ​ທາງ​ການ​ມາແຕ່​ວັນ​ທີ 15 ມີ​ນາ

ພາຍຫຼັງເປີດປະຕູຢ່າງເປັນທາງການ, ຂະແໜງການທ່ອງທ່ຽວ ຫວຽດນາມ ມີສັນຍານທີ່ຕັ້ງໜ້າ, ຈຳນວນແຂກທ່ອງທ່ຽວສາກົນມາທ່ຽວເພີ່ມຂຶ້ນສູງ ພິເສດແມ່ນເດືອນເມສາ.

ພາຍຫຼັງເປີດປະຕູຢ່າງເປັນທາງການ, ຂະແໜງການທ່ອງທ່ຽວ ຫວຽດນາມ ມີສັນຍານທີ່ຕັ້ງໜ້າ, ຈຳນວນແຂກທ່ອງທ່ຽວສາກົນມາທ່ຽວເພີ່ມຂຶ້ນສູງ ພິເສດແມ່ນເດືອນເມສາ.

    

ພາບປະກອບ: TTXVN

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 320 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 32 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ… ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ VOV5 ໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ເພື່ອນ Siegbert Gerhard, ຢູ່ Frankfurt am Main, ປະເທດ ເຢຍລະມັນ, ໃຫ້ຮູ້ວ່າ ລາຍການພາກພາສາ ເຢຍລະມັນສະໜອງຂໍ້ມູນຫຼາຍຢ່າງທີ່ໜ້າຈັບໃຈກ່ຽວກັບປະເທດຊາດ, ວັດທະນະທຳ ແລະ ຊາວຫວຽດນາມ ກໍ່ຄືບັນດາປະເທດຢູ່ອາຊີ. ເພື່ອນມັກຟັງລາຍການ ມູນເຊື້ອວັດທະນະທຳບັນດາເຜົ່າຂອງຫວຽດນາມທີ່ສຸດ.

ຈາກໂຕກຽວ, ປະເທດຍີ່ປຸ່ນ, ເພື່ອນ Saeki Yoshinori ໄດ້ສົ່ງຈົດໝາຍມາຍັງVOV5 ດ້ວຍເນື້ອໃນ: ຜ່ານ VOV 5 ຂ້າພະເຈົ້າໄດ້ຮູ້ວ່າ ນັບແຕ່ວັນທີ 15 ມີນາເປັນຕົ້ນມາ, ຫວຽດນາມ ໄດ້ເປີດການເຄື່ອນໄຫວທ່ອງທ່ຽວຢ່າງເປັນທາງການ. ບັນດາຖ້ຽວບິນສາກົນໄດ້ເຊື່ອມຕໍ່ຄືນໃໝ່, ລະບຽບການບໍລິການກ່ຽວກັບການແຈ້ງອາການສຸຂະພາບກໍ່ໄດ້ຮັບການຜ່ອນຜັນ ແລະ ພິເສດສຳລັບບາງປະເທດໄດ້ຍົກເວັ້ນການແຈ້ງອາການສຸຂະພາບ. ຂ້າພະເຈົ້າຄິດວ່າ ນີ້ແມ່ນມາດຕະການເຊິ່ງ ລັດຖະບານ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ໄດ້ແກ້ໄຂຢ່າງມີໄຫວພິບຕາມສະພາບປົກກະຕິໃໝ່. ຫວັງວ່າຈະໄດ້ຮັບຟັງຂໍ້ມູນຫຼາຍຢ່າງຈາກພວກເພື່ອນ ກ່ຽວກັບການເຄື່ອນໄຫວເສດຖະກິດ - ສັງຄົມໃນເງື່ອນໄຂປົກກະຕິໃໝ່ຕື່ມອີກ.

ເພື່ອນໜູເພັດຈາກສປປ.ລາວໄດ້ສົ່ງ ອີແມວມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ອາທິດຜ່ານມາເມື່ອຕິດຕາມຂ່າວ, ຂ້າພະເຈົ້າໄດ້ຮູ້ຈັກເຖິງວັນບູນ ກີຮວາ ເຊິ່ງພວມດຳເນີນຢູ່ Mailand ຮ່ວາງດົ່ງ, ນະຄອນ ລ້າງເຊີນ. ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບວັນບຸນດັ່ງກ່າວ ຫວັງວ່າອ້າຍເອື້ອຍນ້ອງບັນນາທິການພາກພາສາ ລາວ ຈະສະໜອງຂໍ້ມູນກ່ຽວກັບເຫດການດັ່ງກ່າວໃຫ້ແກ່ຂ້າພະເຈົ້າຕື່ມອີກ? ຂໍຂອບໃຈ!

ເພຶ່ອນໜູເພັດທີ່ຮັກແພງ! ນີ້ແມ່ນປີທຳອິດ, ວັນບຸນ ກີຮວາໄດ້ຈັດຕັ້ງ ແລະ ກໍ່ແມ່ນເຫດການທ່ອງທ່ຽວພົ້ນເດັ່ນທີ່ສຸດຢູ່ເຂດທາງທິດຕາເວັນອອກສ່ຽງເໜືອຫວຽດນາມ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳທ້ອງຖິ່ນເມື່ອເຕົ້າໂຮມທຸກການເຄື່ອນໄຫວຂອງວັນບຸນທີ່ພົ້ນເດັ່ນທີ່ສຸດຂອງເຂດດິນແດນລ້າງເຊີນ. ເຫດການໂດຍຄະນະກຳມະການປະຊາຊົນແຂວງ ລ້າງເຊີນຊີ້ນຳຈັດຕັ້ງ ດ້ວຍການຮ່ວມເດີນທາງຂອງກຸ່ມບໍລິສັດ Sovico, ບໍລິສັດ ຝູລອງ, ທະນາຄານ HDBank, ບໍລິສັດການບິນ Vietjet ພ້ອມກັບຫຼາຍຫົວໜ່ວຍທັງຢູ່ພາຍໃນ ແລະ ນອກແຂວງ.

ໃນຂອບເຂດເຫດການ, ເລື່ອງລາວ ກີຮວາຈະວາດພາບຂະບວນການເຂົ້າຮ່ວມຂອງແຂກທ່ອງທ່ຽວດ້ວຍ “ກີຮວາ 5ສີສັນ” - ເຊິ່ງແມ່ນສິ່ງຕາງໜ້າໃຫ້ແກ່ ລັກສະນະ 5 ຢ່າງຂອງວັດທະນະທຳທ້ອງຖິ່ນ, ລວມມີ: ທ້ອງຖິ່ນ, ອະນາຄົດ, ການຜູກພັກ, ນ້ຳສຽງ ແລະ ທຳມະຊາດ. ເມື່ອມາຊົມເຂດຫົວເລື່ອງ, ສີສັນອະນາຄົດ, ແຂກທ່ອງທ່ຽວຈະຮູ້ສຶກຈັບໃຈ ເມື່ອໄດ້ຄົ້ນຫາເຂົ້າວົງກົດມະຫັດສະຈັນ, ຂີ່ບອນບາລູນ ແລະ ຊົມວິວພູຜາປ່າໄມ້ເຂດທາງທິດຕາເວັນອອກສ່ຽງເໜືອ...

ເພື່ອນໜູເພັດທີ່ຮັກແພງ! ສິ່ງທີ່ກ່າວມາຂ້າງເທິງແມ່ນຄຳຕອບບາງຢ່າງກ່ຽວກັບຄຳຖາມຂອງເພື່ອນຫວັງວ່າຈະເຮັດໃຫ້ເພື່ອນພໍໃຈ.

ເພື່ອນດາລາວັນ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບສະພາບການທ່ອງທ່ຽວ ຢູ່ ຫວຽດນາມ ພາຍຫຼັງເປີດປະຕູການທ່ອງທ່ຽວຢ່າງເປັນທາງການມາແຕ່ວັນທີ 15 ມີນາ.

ເພື່ອນດາລາວັນ ທີ່ຮັກແພງ! ພາຍຫຼັງເປີດປະຕູຢ່າງເປັນທາງການ, ຂະແໜງການທ່ອງທ່ຽວ ຫວຽດນາມ ມີສັນຍານທີ່ຕັ້ງໜ້າ, ຈຳນວນແຂກທ່ອງທ່ຽວສາກົນມາທ່ຽວເພີ່ມຂຶ້ນສູງ ພິເສດແມ່ນເດືອນເມສາ.

ຕາມກົມໃຫຍ່ສະຖິຕິ ຫວຽດນາມ ແລ້ວ, ຈຳນວນແຂກທ່ອງທ່ຽວສາກົນ ມາທ່ຽວຢູ່ຫວຽດນາມ ໃນເດືອນເມສາ ບັນລຸເກືອບ 192.400 ເທື່ອຄົນ, ເພີ່ມຂຶ້ນທົບ 2,4 ເທົ່າເມື່ອທຽບໃສ່ກັບເດືອນມີນາ ແລະ ທົບ 5,2 ເທົ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2021. ໃນນັ້ນ, ແຂກທ່ອງທ່ຽວມາຫວຽດນາມ ດ້ວຍທາງການບິນກວມເອົາ 88,6% ຂອງຈຳນວນແຂກທ່ອງທ່ຽວສາກົນມາທ່ຽວຢູ່ ຫວຽດນາມ, ຂຶ້ນທົບເກືອບ 4 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ດ້ວຍທາງບົກແມ່ນຫຼຸດລົງ 10,5% ແລະ ທາງທະເລຫຼຸດລົງ 58,7%.

ລາຍຮັບທີ່ໄດ້ຈາກການບໍລິການທີ່ພັກອາໄສ, ກິນດື່ມເພີ່ມຂຶ້ນ 5,2% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2021. ລາຍຮັບຂອງບໍລິສັດທ່ອງທ່ຽວ ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ຍ້ອນວ່າ ຫວຽດນາມໄດ້ເປີດປະຕູການທ່ອງທ່ຽວນັບແຕ່ວັນທີ 15 ມີນາ ປີ 2022 ເປັນຕົ້ນມາ ແລະ ໃນເດືອນເມສາ ປີ 2022 ກໍ່ໄດ້ດຳເນີນຫຼາຍວັນບຸນ ດັ່ງນັ້ນຄວາມຕ້ອງການຢາກໄປທ່ອງທ່ຽວຂອງປະຊາຊົນຈຶ່ງເພີ່ມຂຶ້ນຢ່າງແຮງ.

ໄປຄຽງຄູ່ກັນນັ້ນ, ຕາມການໄຈ້ແຍກຂອງເຄື່ອງມືຕິດຕາມທ່າອ່ຽງການຕະຫຼາດຂອງ Google ສະແດງໃຫ້ເຫັນ ດ້ວຍຈຳນວນການຄົ້ນຫາການທ່ອງທ່ຽວຢູ່ ຫວຽດນາມ ໃນໜຶ່ງເດືອນຜ່ານມາ ພວມມີການເພີ່ມຂຶ້ນໂດຍໄວ, ພາຍຫຼັງ ຫວຽດນາມ ເປີດປະຕູການທ່ອງທ່ຽວສາກົນຢ່າງເປັນທາງການ

ໃນທົ່ວໂລກ, ຫວຽດນາມ ຮັກສາໄດ້ທີ່ຕັ້ງແມ່ນໜຶ່ງໃນຈຳນວນປະເທດມີລະດັບການເຕີບໂຕສູງທີ່ສຸດ, ບັນລຸກ່ວາ 75%. ບັນດາຕະຫຼາດນັກທ່ອງທ່ຽວຊອກຫາຫຼາຍທີ່ສຸດກ່ຽວກັບການທ່ອງທ່ຽວ ຫວຽດນາມ ແມ່ນ: ອາເມລິກາ, ອົດສະຕາລີ, ສິງກະໂປ, ຝລັ່ງ, ຍີ່ປຸ່ນ, ເຢຍລະມັນ, ການາດາ, ອິນເດຍ, ອັງກິດ, ໄທ…

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.

(ແຫຼ່ງຄັດຈາກ VOV)


top