ຂ່າວສານ

ສະ​ພາບ​ການໂລກ​ລ​ະ​ບາດ​ໂຄວິດ - 19 ​ໃນ​ທົ່ວ​ໂລກຍັງ​ມີ​ການ​ຜັນ​ແປ​​ທີ່​ຮ້າຍແຮງ​ລົງ​

ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 326.539 ຄົນ ແລະ ມີ 4.567 ຄົນ ເສຍຊີວິດ.
ການປິ່ນປົວໃຫ້ແກ່ຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຢູ່ໂຮງໝໍແຫ່ງໜຶ່ງຢູ່ ບຣາຊິນ (ພາບ:AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 1 ພະຈິກ (UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊືື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 247,446 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5 ລ້ານຄົນ. ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 326.539 ຄົນ ແລະ ມີ 4.567 ຄົນ ເສຍຊີວິດ, ໃນນັ້ນ, ລັດເຊຍ ຢັ້ງຢືນມີຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດສູງສຸດໃນໂລກ, ນັ້ນແມ່ນ 40.993 ຄົນ ແລະ 1.158 ຄົນ ຕາມລຳດັບ.

ເຖິງຢ່າງໃດກໍຕາມ, ປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 46,8 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 766.000 ຄົນ.

ສ່ວນຢູ່ ຫວຽດນາມ, ຕາມລະບົບຄຸ້ມຄອງແຫ່ງຊາດກ່ຽວກັບຜູ້ຕິດເຊື້ອພະຍາດໂຄວິດ-19 ຫວຽດນາມ ແລ້ວ, ນັບແຕ່ເວລາ 16 ໂມງຂອງວັນທີ 31 ສິງຫາ ຫາວັນທີ 01 ພະຈິກ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ 5.598 ຄົນ ຢູ່ 49 ແຂວງ, ນະຄອນ.

        ສະນັ້ນ, ໄລ່ມາຮອດປະຈຸບັນ, ຫວຽດນາມ  ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 923.451 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 822.065 ຄົນ, ຜູ້ເສຍຊີວິດ 22.135 ຄົນ.

(ແຫຼ່ງຄັດຈາກ VOV)



top