ຂ່າວສານ

ສະ​ພາບການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

ໄລ່ຮອດເວລາ 12 ໂມງຂອງວັນທີ 6 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 8.682 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນ 3.310 ຄົນ, ຜູ້ເສຍຊີວິດ 53 ຄົນ...

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 6 ມິຖຸນາ, ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 173,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 3,7 ລ້ານຄົນ. ປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ, ຖັດຈາກນັ້ນ ແມ່ນ ອິນເດຍ, ບຣາຊິນ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 6 ໂມງ ຫາ 12 ໂມງວັນທີ 6 ມິຖຸນາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 102 ຄົນ. ດັ່ງນັ້ນ, ໄລ່ຮອດເວລາ 12 ໂມງຂອງວັນທີ 6 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 8.682 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນ 3.310 ຄົນ, ຜູ້ເສຍຊີວິດ 53 ຄົນ..

ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ໃນສະພາບການວັກຊິນກັນໂຄວິດ - 19 ຍັງຂາດເຂີນໃນທົ່ວໂລກ, ກະຊວງສາທາລະນະສຸກພວມມານະພະຍາຍາມ, ນຳວັກຊິນມາໃຫ້ຊາວ ຫວຽດນາມ. ມີການເຈລະຈາ, ເຮັດວຽກ ກ່ວາ 200 ຄັ້ງ ກັບບັນດາອົງການຈັດຕັ້ງ, ຜູ້ຜະລິດ ວັກຊິນນັບແຕ່ໄລຍະກາງ ປີ 2020 ມາຮອດປັດຈຸບັນ ໄດ້ຊ່ວຍໃຫ້ ຫວຽດນາມ ມີວັກຊິນກັນໂຄວິດ - 19 ປະມານ 130 ລ້ານໂດສ ໃນປີ 2021. ກະຊວງສາທາລະນະສຸກ ຍັງສືບຕໍ່ແລກປ່ຽນເພື່ອແນໃສ່ບັນລຸໄດ້ເປົ້າໝາຍ 150 ລ້ານໂດສ ເພື່ອສ້າງການຕ້ານເຊື້ອໃນວົງຄະນະຍາດໃນປີ 2021.

(ແຫຼ່ງຄັດຈາກ VOV)


top