ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຢັ້ງຢືນວ່າການຮ່ວມມືໃນການແກ້ໄຂຜົນຕາມມາຈາກສົງຄາມບໍ່ພຽງແຕ່ແມ່ນພັນທະມະນຸດສະທຳເທົ່ານັ້ນຫາກຍັງແມ່ນພື້ນຖານນຳການພົວພັນ ຫວຽດນາມ - ອາເມລິກາ ພັດທະນາອີກດ້ວຍ.
ບັນດາຜູ້ແທນເຂົ້າຮ່ວມພິທີ ກົດປຸ້ນເລີ່ມຕົ້ນລະບົບກຳຈັດການມົນລະພິດດີໂອຊິນ ຢູ່ສະໜາມບິນ ບຽນຮ່ວາ
ຕອນເຊົ້າວັນທີ 145 ກັນຍາ, ຢູ່ສະໜາມບິນ ບຽນຮ່ວາ, ແຂວງດົງນາຍ, ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ໄດ້ມອບໃບຢັ້ງຢືນດິນປະມານ 6 ເຮັກຕາ ໄດ້ຮັບການກຳຈັດຢ່າງສະອາດໃຫ້ແກ່ເຫຼືອທັບປ້ອງກັນອາກາດ - ກອງທັບອາກາດ. ນີ້ແມ່ນໝາກຜົນພາຍຫຼັງ 6 ປີເລີ່ມຕົ້ນໂຄງການຮ່ວມມື ລະຫວ່າງ ຫວຽດນາມ - ອາເມລິກາ ກ່ຽວກັບການກຳຈັດບຳບັດ ທາດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ (ໂຄງການ) ຢ່າງເປັນທານການ ທີ່ໄດ້ລົງນາມໃນເດືອນທັນວາ 2019.
ພາຍຫຼັງໄດ້ຮັບໃບຢັ້ງຢືນ, ດິນບັນລຸມາດຖານປອດໄພ, ລວມມີເຂດພາຍໃນສະໜາມບິນ ບຽນຮ່ວາ ແລະ ສ່ວນໜຶ່ງຢູ່ນອກສະໜາມບິນ, ໄດ້ມອບໃຫ້ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບທ້ອງຖິ່ນ ເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ແລະ ຮັບໃຊ້ໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ມາຮອດປັດຈຸບັນ, ໂຄງການ ໄດ້ຮັບການກຳຈັດເຄິ່ງໜຶ່ງເນື້ອທີ່ດິນ ຕິດທາດດີໂອຊິນ ທັງຢູ່ພາຍໃນ ແລະ ນອກສະໜາມບິນ ບຽນຮວ່າ. ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ຮ່ວາງຊວັນຈຽນ ຊີ້ແຈ້ງວ່າ:
ບັນດາໝາກຜົນຮ່ວມມືຢ່າງລະອຽດໄດ້ຢັ້ງຢືນຄວາມຕັດສິນໃຈລວມຂອງສອງຝ່າຍໃນການຮ່ວມມືແກ້ໄຂຜົນຕາມມາຈາກສົງຄາມດ້ວຍຈິດໃຈປະລະອະດີດຕະການ, ມຸ່ງໄປສູ່ອະນາຄົດ. ເຫດການໃນມື້ນີ້ ຍິ່ງມີຄວາມໝາຍເມື່ອດຳເນີນກົງກັບໂອກາດ ຫວຽດນາມ ແລະ ອາເມລິກາ ສະເຫຼີມສະຫຼອງ 30 ປີແຫ່ງການຫັນການພົວພັນທາງການທູດສອງຝ່າຍເປັນປົກກະຕິ. ແບ່ງປັນຕໍ່ການຕີລາຄານີ້, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Evans Knapper ຢັ້ງຢືນວ່າການຮ່ວມມືໃນການແກ້ໄຂຜົນຕາມມາຈາກສົງຄາມບໍ່ພຽງແຕ່ແມ່ນພັນທະມະນຸດສະທຳເທົ່ານັ້ນຫາກຍັງແມ່ນພື້ນຖານນຳການພົວພັນ ຫວຽດນາມ - ອາເມລິກາ ພັດທະນາອີກດ້ວຍ. ທ່ານໃຫ້ຮູ້ວ່າ:
ເຫດການມື້ນີມີຄວາມໝາຍສຳຄັນທີ່ສຸດຍ້ອນວ່າການຮ່ວມມືແກ້ໄຂຜົນຕາມມາຈາກສົງຄາມແມ່ນພື້ນຖານໃຫ້ແກ່ການພົວພັນຖານເພື່ອນມິດ ແລະ ຄູ່ຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ, ຊ່ວຍສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ການປ່ອງດອງ. ເຫດການນີ້ບໍ່ພຽງແຕ່ແມ່ນສັນຍານໃຫ້ແກ່ບັນດາຄຳໝັ້ນສັນຍາຂອງຝ່າຍອາເມລິກາ ກ່ຽວກັບການຈະສືບຕໍ່ແກ້ໄຂບັນດາບັນຫາຜົນຕາມມາຈາກສົງຄາມເທົ່ານັ້ນ ຫາກຍັງແມ່ນສັນຍາລັກໃຫ້ແກ່ການພົວພັນຄູ່ຮ່ວມມືຂອງພວກເຮົາ, ເລື່ອງພວກເຮົາມານະພະຍາຍາມ ຮອດລະດັບໃດ ໃນຫຼາຍປີຜ່ານມາເພື່ອບັນລຸໄດ້ໝາກຜົນຄືໃນປັດຈຸບັນ.