ຂ່າວສານ

ສະໜາມບິນເຕິນເຊີນເຍິດນະຄອນໂຮ່ຈີມິນ ໄດ້ຮັບໃບຢັ້ງຢືນສາກົນກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ລະດັບສາກົນ

      ໃບຢັ້ງຢືນ Airport Health Accreditation (AHA) ໄດ້ຢັ້ງຢືນກ່ຽວກັບການຮັບປະກັນຄວາມປອດໄພສຸຂະອະນາໄມກັນເຊື້ອພະຍາດຢູ່ ທ່າອາກາດສະຍານສາກົນ ເຕິນເຊີນເຍິດ.

ຜູ້ໂດຍສານກວດສຸຂະພາບຢູ່ສະໜາມບິນສາກົນ ເຕິນເຊີນເຍິດ (ພາບ: VOV)
      ທ່າອາກາດສະຍານສາກົນ ເຕິນເຊີນເຍິດ (TIA) ຫາກໍ່ໄດ້ຮັບໃບຢັ້ງຢືນ Airport Health Accreditation (AHA). ນີ້ແມ່ນການຮັບຮອງຂອງອົງການສະພາສະໜາມບິນສາກົນ (Airports Council International - ACI) ສຳລັບທ່າອາກາດສະຍານສາກົນ ເຕິນເຊີນເຍິດ ໃນການປະຕິບັດຂັ້ນຕອນ ຮັບປະກັນຄວາມປອດໄພໃນການຂຸດຄົ້ນ ແລະ ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ສະໜາມບິນ.
            ໃບຢັ້ງຢືນ Airport Health Accreditation (AHA) ໄດ້ຢັ້ງຢືນກ່ຽວກັບການຮັບປະກັນຄວາມປອດໄພສຸຂະອະນາໄມກັນເຊື້ອພະຍາດຢູ່ ທ່າອາກາດສະຍານສາກົນ ເຕິນເຊີນເຍິດ.
            ພ້ອມກັບ ທ່າອາກາດສະຍານສາກົນ ເຕິນເຊີນເຍິດ, ທ່າອາກາດສະຍານສາກົນ ໂນ້ຍບ່າຍ ແລະ ທ່າອາກາດສະຍານສາກົນ ດ່ານັ້ງກໍ່ໄດ້ຮັບໃບຢັ້ງຢືນ AHA ຈາກ ACI ເຊັ່ນດຽວກັນ.
(ແຫຼ່ງຄັດຈາກ VOV)


top