ຂ່າວສານ

ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງບັນດາບັນພະບຸລຸດທີ່ມີຕໍ່ປະເທດຊາດ

ຕອນເຊົ້າວັນທີ 9 ກຸມພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຖະຫວາຍທູບທຽນ ອາໄລຫາບັນດາບັນພະບຸລຸດທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ, ພາວະນາຂໍ້ໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ ໃນໂອກາດລະດູບານໃໝ່ ຢູ່ວັງ ກິງທຽນ - ພະລາດຊະວັງທັງລອງ, ຮ່າໂນ້ຍ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຖະຫວາຍທູບທຽນ ອາໄລຫາບັນດາບັນພະບຸລຸດທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ (ພາບ: TTXVN)

ເມື່ອໂອ້ລົມກັບບັນດາພະນັກງານ ຢູ່ເຂດປູຊະນີຍະສະຖານ ພະລາດຊະວັງທັງລອງ, ທ່ານ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ພະລາດຊະວັງ ທັງລອງ ແມ່ນສະຖານທີ່ສ້າງຂີດໝາຍປະຫວັດສາດນັບພັນປີ, ເປັນບ່ອນເຕົ້າໂຮມສິ່ງທີ່ສັກສິດ, ສິ່ງຍອດຍິ່ງດ້ານວັດທະນະທຳຂອງຊາດ, ແມ່ນສະຖານທີ່ເພື່ອໃຫ້ບັນດາລາດຊະວົງລຸ້ນສືບທອດ ເປີດກວ້າງພາລະກິດຂອງລັດ, ກໍ່ສ້າງ ແລະ ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ດັ່ງນັ້ນ, ພະນັກງານ, ລັດຖະກອນ ເຂດປູຊະນີຍະສະຖານ ຄວນຕັ້ງໜ້າໂຄສະນາ, ເຮັດໃຫ້ວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າເຂດປູຊະນີຍະສະຖານ ພະລາດຊະວັງທັງລອງໃຫ້ເປັນຢ່າງດີ, ປະກອບສ່ວນສ້າງນະຄອນຫຼວງຮ່າໂນ້ຍອະລິຍະທຳນັບພັນປີ.

 (ແຫຼ່ງຄັດຈາກ VOV)


top