ຂ່າວສານ

ສະເໜີຕໍ່ຜູ້ອ່ານປຶ້ມ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ

ປຶ້ມລວມມີ 29 ບົດຂຽນ, ບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນັບແຕ່ເວລາກະກຽມສ້າງເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຈົນມາຮອດປັດຈຸບັນ. ບັນດາບົດຂຽນ ໄດ້ເຮັດໃຫ້ທາດແທ້...

ພິທີສະເໜີຕໍ່ຜູ້ອ່ານ“ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ (ພາບ: VOV)

ຕອນເຊົ້າວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສູນກາງພັກໄດ້ສົມທົບກັບສະພາທິດສະດີສູນກາງ ແລະ ສຳນັກພິມການເມືອງແຫ່ງຊາດ ສື້ເທິດ ໄດ້ຈັດຕັ້ງພິທີສະເໜີຕໍ່ຜູ້ອ່ານປຶ້ມ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ.

ປຶ້ມລວມມີ 29 ບົດຂຽນ, ບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນັບແຕ່ເວລາກະກຽມສ້າງເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຈົນມາຮອດປັດຈຸບັນ. ບັນດາບົດຂຽນ ໄດ້ເຮັດໃຫ້ທາດແທ້, ຄຸນຄ່າແກ່ນສານຂອງ ລັດທິສັງຄົມນິຍົມເລິກເຊິ່ງຂຶ້ນຕື່ມ ໃນທຸກດ້ານຄື ການເມືອງ, ເສດຖະກິດ, ການກໍ່ສ້າງພັກ ແລະ ລະບົບການເມືອງ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ… ທ່ານ ຕະງອກເຕິນ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງ ຢັ້ງຢືນວ່າ:

ປຶ້ມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງແມ່ນພື້ນຖານອັນລ້ຳຄ່າ ແລະ ສຳຄັນໃຫ້ແກ່ການສືບຕໍ່ສະຫຼຸບທິດສະດີກ່ຽວກັບແນວທາງ, ການປ່ຽນແປງໃໝ່ຂອງພັກ, ແມ່ນເອກະສານອັນລ້ຳຄ່າເພື່ອສຶກສາອົບຮົມດ້ານແນວຄິດການເມືອງ, ຍົກສູງສະຕິຄວາມຮັບຮູ້ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ, ສ້າງຄວາມເຫັນດີເຫັນພ້ອມເພື່ອປຸກລຸກເສີມຂະຫຍາຍກຳລັງແຮງຄວາມສາມັກຄີທົ່ວປວງຊົນທັງຊາດ.

 (ແຫຼ່ງຄັດຈາກ VOV)

 


top