ຂ່າວສານ

ສະເຫຼີມສະຫຼອງ ວັນທ້ອນໂຮມປະເທດຊາດເປັນເອກະພາບຄົບຮອບ 47 ປີ: ບັນຍາກາດໄຊຊະນະລະດູບານໃໝ່ປີ 1975 - ຍັງດັງກ້ອງກັງວານຕະຫຼອດມາ

ກ່ອນນີ້ 47 ປີ, ວັນນີ້ວັນທີ 30 ເມສາ, ການບຸກໂຈມຕີຄັ້ງໃຫຍ່ ແລະ ບັ້ນລຸກຮືຂຶ້ນລະດູບານໃໝ່ປີ 1975 ໄດ້ສິ້ນສຸດລົງດ້ວຍໄຊຊະນະ. ພາກໃຕ້ຫວຽດນາມ ໄດ້ຮັບການປົດປ່ອຍ, ປະເທດຊາດໄດ້ທ້ອນໂຮມເຂົ້າກັນເປັນເອກະພາບ.
  ຝຶກແອບການເດີນສວນສະໜາມ (ພາບປະກອບ: TTXVN)  

 ດ້ວຍຫົວຂໍ້ທີ່ວ່າ “ບັນຍາກາດຂອງໄຊຊະນະລະດູບານໃໝ່ປີ 1975 ຍັງດັງກ້ອງກັງວານຕະຫຼອດມາ” - ບົດຂຽນນີ້ໄດ້ເອົາລົງໃນໜ້າທຳອິດຂອງໜັງສືພິມ ເຍິນເຢິນ ໄດ້ເນັ້ນໜັກວ່າ: ໄຊຊະນະລະດູບານໃໝ່ປີ 1975 ດ້ວຍຈຸດສູງແມ່ນບັ້ນຮົບໂຮ່ຈີມິນ ປະຫວັດສາດ ໄດ້ສິ້ນສຸດສົງຄາມທີ່ແກ່ຍາວເປັນເວລາ 21 ປີ, ປະເທດຊາດໄດ້ທ້ອນໂຮມເປັນເອກະພາບ ແລະ ກ້າວເຂົ້າສູ່ສັງກາດໃໝ່: ສັງກາດແຫ່ງເອກະລາດຕິດພັນກັບສັງຄົມນິຍົມ. ມື້ນີ້, ວັນທີ 30 ເມສາ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ໄດ້ສະເຫຼີມສະຫຼອງວັນປະເທດຊາດທ້ອນໂຮມເປັນເອກະພາບຄົບຮອບ 47 ປີ. ຍິ່ງມີຄວາມໝາຍຫຼາຍຂຶ້ນເມື່ອທັງປະເທດພວມມານະພະຍາຍາມສູ້ຊົນຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນຢ່າງມີໄຊ. ຫວຽດນາມ ພວມຄ່ອຍໆຄວບຄຸມໂລກລະບາດໂຄວິດ - 19, ຟື້ນຟູ ແລະ ພັດທະນາເສດຖະກິດເທື່ອລະກ້າວ, ນຳຊີວິດການເປັນຢູ່ກັບຄືນສູ່ເປັນປົກກະຕິ ພາຍຫຼັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດໃນເວລາກວ່າ 2 ປີ.

ໜັງສືພິມດັ່ງກ່າວກໍໄດ້ລົງພິມຫຼາຍບົດເນັ້ນໜັກເຖິງຂີດໝາຍທີ່ສະຫງ່າອົງອາດໃນປະຫວັດສາດຂອງຊາດ ຫວຽດນາມ, ເຖິງວ່າ 47 ປີ ໄດ້ຜ່ານພົ້ນໄປ ແຕ່ບັນດາຄຸ່ນຄ່າອັນຍິ່ງໃຫຍ່, ປັດໄຈທີ່ພົ້ນເດັ່ນ ທີ່ມີລັກສະນະຕັດສິນ ພາໄປເຖິງໄຊຊະນະຢ່າງຮອບດ້ານໃນວັນທີ 30 ເມສາ 1975 ຍັງສືບຕໍ່ເສີມຂະຫຍາຍໄດ້ຄຸນຄ່າຂອງຕົນ. ກຳລັງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດພ້ອມກັບສາຍພົວພັນ “ກອງທັບ ແລະ ປະຊາຊົນ ເໝືອນດັ່ງປາກັບນ້ຳ” ແມ່ນໜຶ່ງໃນບັນດາປັດໄຈ ແລະ ຄຸນຄ່າຄືແນວນັ້ນ.


top