ເປັນໜຶ່ງໃນບັນດາບຸນປະເພນີທີ່ໃຫຍ່ທີ່ສຸດ, ບຸນປີໃໝ່ (ບຸນຫົດນໍ້າ) ຢູ່ບາງປະເທດອາຊີຕາເວັນອອກສ່ຽງໃຕ້ ກໍາລັງເປັນຈຸດນັດພົບ ຂອງນັກທ່ອງທ່ຽວ ທົ່ວໂລກ. ເພາະວ່າ ບຸນປີໃໝ່ ມີລັກສະນະຊຸມຊົນ ທີ່ກວ້າງຂວາງ, ທຸກຄົນພ້ອມກັນເຂົ້າຮ່ວມການເຕັ້ນລໍາ, ຮ້ອງເພງ, ຫົດນໍ້າ ແລະ ມ່ວນຊື່ນ ບໍ່ມີບ່ອນສິ້ນສຸດ, ອວຍພອນ ເຊິ່ງກັນ ແລະ ກັນ ໃຫ້ມີໂຊກມີໄຊ ຕະຫຼອດປີ.
ເປັນໜຶ່ງໃນບັນດາບຸນປະເພນີທີ່ໃຫຍ່ທີ່ສຸດ, ບຸນປີໃໝ່ (ບຸນຫົດນໍ້າ) ຢູ່ບາງປະເທດອາຊີຕາເວັນອອກສ່ຽງໃຕ້ ກໍາລັງເປັນຈຸດນັດພົບ ຂອງນັກທ່ອງທ່ຽວ ທົ່ວໂລກ. ເພາະວ່າ ບຸນປີໃໝ່ ມີລັກສະນະຊຸມຊົນ ທີ່ກວ້າງຂວາງ, ທຸກຄົນພ້ອມກັນເຂົ້າຮ່ວມການເຕັ້ນລໍາ, ຮ້ອງເພງ, ຫົດນໍ້າ ແລະ ມ່ວນຊື່ນ ບໍ່ມີບ່ອນສິ້ນສຸດ, ອວຍພອນ ເຊິ່ງກັນ ແລະ ກັນ ໃຫ້ມີໂຊກມີໄຊ ຕະຫຼອດປີ.
ທຸກໆ ປີໃນກາງເດືອນ ເມສາ, ບຸນປີໃໝ່ ໄດ້ຈັດຂຶ້ນຢູ່ຫຼາຍປະເທດໃນອາຊີຕາເວັນອອກສ່ຽງໃຕ້. ແຕ່ລະປະເທດມີຊື່ຕ່າງກັນເຊັ່ນ: ບຸນ ປີໃໝ່ຢູ່ ລາວ, Chol Chnam Thmay ໃນ ກໍາປູເຈຍ, Song kran ໃນປະເທດ ໄທ ແລະ Thingyan ໃນ ມຽນມາ... ແຕ່ບຸນປີໃໝ່ ໃນປະເທດເຫຼົ່ານີ້ ແມ່ນມີຮູບແບບການຈັດຕັ້ງດຽວກັນ.
ນັ້ນແມ່ນ, ພາຍຫຼັງພິທີ ທີ່ເຕັມໄປດ້ວຍລັກສະນະທາງສາສະໜາຢູ່ບັນດາວັດວາອາຮາມ, ປັດກວາດເຮືອນຊານ, ສິ່ງຂອງ ໃຫ້ສະອາດ, ເອົາສິ່ງຂອງບູຊາ ລົງ ເພື່ອສົງນໍ້າອົບນໍ້າຫອມ. ຈາກນັ້ນ ປະຊາຊົນ ຈະພາກັນ ລົງຕາມຖະໜົນ, ໃຊ້ຖັງ, ອ່າງ, ກອກນໍ້າ ຫຼື ປືນສີດນໍ້າ ເພື່ອ ຫົດນໍ້າໃສ່ກັນ.
ທຸກວັນນີ້ ໃນນະຄອນຫຼວງ ວຽງຈັນ, ຖະໜົນຫົນທາງທຸກແຫ່ງ ຈະໄດ້ນຸ່ງ “ເສື້ອຜືນໃໝ່” ສີທອງ ແລະ ເຕັມໄປດ້ວຍສີສັນ ຂອງ ດອກຄູນບານ, ດອກໄມ້ທີ່ສົ່ງສັນຍານວ່າ ປີໃໝ່ມາຮອດດິນແດນ ລ້ານຊ້າງ. ຕາມບໍລິເວນວັດທຸກແຫ່ງ ຍັງໄດ້ຮັບການປະດັບປະດາ ດ້ວຍ ທຸງປີວ ແລະ ດອກໄມ້ທີ່ສົດໃສ. ພະພຸດທະຮູບຫຼາຍອົງຖືກ ພະສົງ ທຳພິທີ ອັງເຊີນລົງມາຢູ່ໃນເດີ່ນວັດ ເພື່ອໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ ເຂົ້າມາຫົດ ສົງ. ເຂົາເຈົ້າເຊື່ອວ່າ ພິທີດັ່ງກ່າວ ຈະນໍາເອົາຄວາມຢູ່ເຢັນເປັນສຸກ ແລະ ຄວາມຈະເລີນຮຸ່ງເຮືອງ ມາສູ່ທຸກສິ່ງ, ທັງເປັນການສະແດງຄວາມເຄົາລົບນັບຖື ແລະ ຄວາມເຊື່ອຖື ກັບພະພຸດທະເຈົ້າ, ດ້ວຍເຫດນີ້ ຈິ່ງຊ່ວຍໃຫ້ ຄົນເປັນຄົນດີ.
ປະຊາຊົນ ລາວ ທຳພິທີ ສົງພະພຸດທະຮູບ. ພາບ: VNA
ຊາວ ຫວຽດນາມ ອາໄສຢູ່ ລາວ ຫຼື ຊາວ ລາວ ອາໄສຢູ່ ຫວຽດນາມ ຕ່າງກໍ່ພາກັນສະຫຼອງບຸນປີໃໝ່ ທ່າມກາງບັນຍາກາດທີ່ເບີກບານມ່ວນຊື່ນ, ຍາມໃດກໍ່ຫວນຄືນເຖິງຕົ້ນກໍາເນີດ, ຮັກສາວັດທະນະທຳ ທີ່ເປັນເອກະລັກສະເພາະ. ໃນນັ້ນໄດ້ມີການໃສ່ບາດ, ຢາດ ນໍ້າ, ບູຊາພະພຸດທະຮູບ, ພະສົງອົງເຈົ້າ, ບູຊາທາດ, ບູຊາເຈົ້າຖິ່ນເຈົ້າຖານເຕົ້າໂຮມຍາດພີ່ນ້ອງ ເພື່ອບາສີສູ່ຂວັນ, ຫົດສົງພະພຸດ ທະຮູບ, ພະສົງ, ຫົດສົ່ງນໍ້າ ເຊິ່ງກັນ. ນອກນີ້ ຍັງມີການເຄື່ອນໄຫວອື່ນໆ ອີກຫຼາຍຢ່າງເຊັ່ນ: ແຫ່ນາງ ສັງຂານ, ປ່ອຍປາ, ປ່ອຍ ນົກ, ປ່ອຍ ເຕົ່າ...
ໃນຂະນະນັ້ນ, ປະຊາຊົນ ກຳປູເຈຍ ໄດ້ຕ້ອນຮັບບຸນປີໃໝ່ Choul Chnam Thmey ຕາມຮີດຄອງປະເພນີຢ່າງສະຫງົບສຸກ ແລະ ເບີກ ບານມ່ວນຊື່ນ ໃນສະພາບອາກາດທີ່ຮ້ອນອົບເອົ້າ ກໍ່ຕາມ. ຖະໜົນຫົນທາງໃນນະຄອນຫຼວງ ພະນົມ ເປັນ ໄດ້ຮັບການປະດັບ ປະດາຢ່າງສະສວຍງາມ ແຕ່ບໍ່ມີຄົນຫຼາຍ, ເພາະວ່າ ປະຊາຊົນໃນ ນະຄອນຫຼວງ ໄດ້ກັບເມືອບ້ານ ເພື່ອເຕົ້າໂຮມກັບຄອບຄົວ ແລະ ເຂົ້າຮ່ວມກິດຈະກຳ ບຸນປີໃໝ່ ຕາມຮີດຄອງປະເພນີ ຂອງ ກຳປູເຈຍ.
ຢູ່ປະເທດ ໄທ, ເທດສະການ ສົງການ ທີ່ ຊຽງໃໝ່ ປີນີ້ ຍິ່ງພິເສດກວ່າເກົ່າ, ເພາະວ່າ ເມື່ອບໍ່ດົນມານີ້ ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສະຫະປະຊາຊາດ (UNESCO) ໄດ້ນໍາບຸນນີ້ ເຂົ້າໃນບັນຊີລາຍຊື່ ມໍລະດົກວັດທະນະທຳ ທີ່ເປັນນາມມະທໍາ ຂອງ ມວນມະນຸດ ແລະ ແຂວງ ຊຽງໃໝ່ ກໍ່ໄດ້ ກະຊວງວັດທະນະທຳ ໄທ ເລືອກເປັນໜຶ່ງໃນ 5 ແຂວງ ທີ່ມີວັດທະນະທຳ ທີ່ເປັນເອກະລັກ ສະເພາະຂອງ ໄທ.
ສະແດງການເຕັ້ນສາກ ໃນ “ເທດສະການ Songkran ໂລກ 2024” ທີ່ປະເທດ ໄທ. ພາບ: VNA
ບັນດາລາຍການທີ່ໄດ້ຈັດຂຶ້ນໃນໄລຍະ ບຸນປີໃໝ່ ແມ່ນການສົມທົບ ລະຫວ່າງ ການອະນຸລັກຮັກສາວັດທະນະທຳ ແລະ ການເຄື່ອນໄຫວບັນເທີງ ສົງການ ຍຸກປັດຈຸບັນ. ແນວໃດກໍດີ, ງານບຸນຍັງແນໃສ່ຈຸດປະ ສົງ ຊຸກຍູ້ພື້ນຖານເສດຖະກິດ ແລະ ການທ່ອງທ່ຽວຂອງທ້ອງຖິ່ນ.
ໃນມື້ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ Thingyan ແມ່ນການເລີ່ມຕົ້ນຂອງ ຫຼາຍກິດຈະກໍາ ທາງສາສະໜາ ຢູ່ ມຽນມາ. ກ່ອນຟ້າຈະມືດ, ຄວາມມ່ວນຊື່ນເລີ່ມຕົ້ນດ້ວຍດົນຕີ, ການຮ້ອງເພງ, ເຕັ້ນລຳ... ຫຼັງຈາກມີສັນຍານ, ປືນໃຫຍ່ຖືກຍິງຂຶ້ນ ແລະ ຜູ້ຄົນພາກັນລົງຖະໜົນ ຖື ໄຫ ບັນຈຸນໍ້າຫຼາຍໜ່ວຍ, ທັງອະທິຖານ ທັງຢາດນໍ້າ ລົງສູ່ດິນ. ນີ້ແມ່ນເວລາທີ່ຮ້ອນທີ່ສຸດຂອງປີ ສະນັ້ນ ການຫົດນໍ້າແບບນີ້ ແມ່ນໄດ້ຮັບການຕ້ອນຮັບຈາກປະຊາຊົນຈໍານວນຫຼາຍ.
ໃນບັນດາຈັງຫວະຟ້ອນ, ສຽງກອງ, ສຽງດົນຕີ ທີ່ຄຶກຄື້ນ, ປະຊາຊົນ ປະເທດເຈົ້າພາບ ແລະ ນັກທ່ອງທ່ຽວຕ່າງປະເທດ ບໍ່ຈຳແນກຮັ່ງມີ ຫຼື ທຸກຍາກ, ສາສະໜາ, ຄົນເຖົ້າ ຫຼື ໜຸ່ມ, ຊາຍ ຫຼື ຍິງ, ທຸກຊົນຊັ້ນວັນ ນະໃນສັງຄົມ, ພາສາ... ທຸກຄົນລ້ວນແຕ່ມີຄວາມມ່ວນຊື່ນ ແລະ ຄວາມຜາສຸກໃນງານບຸນຫົດນໍ້າ ຢ່າງເຕັມທີ.
ຄູສອນຢູ່ໂຮງຮຽນແຫ່ງໜຶ່ງໃນນະຄອນຫຼວງ ວຽງຈັນ ຫຼິ້ນ ບຸນປີໃໝ່. ພາບ: VNA
- ບົດ: VNP ສັງລວມ - ພາບ: VNA - ແປໂດຍ: ຢືຟຽນ