ຂ່າວສານ

ສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງກິລາປະເພດ ມວຍວໍວີນາມ ຫວຽດນາມ

ຕອນບ່າຍວັນທີ 15 ເມສາ, ຢູ່ແຂວງ ບິ່ງເຢືອງ, ສະຫະພັນ ມວຍວໍວີນາມ ຫວຽດນາມ (VVF) ແລະ ໂລກ (WVVF) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງ ກິລາປະເພດມວຍວໍວີນາມ ຫວຽດນາມ (1938 – 2023). ເຂົ້າຮ່ວມພິທີ ມີທ່ານປະທານປະເທດຫວຽດນາມ ວໍ້ວັນເຖືອງ
  ທ່ານປະທານປະເທດຫວຽດນາມ ວໍ້ວັນເຖືອງເຂົ້າຮ່ວມພິທີສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງ ກິລາປະເພດມວຍວໍວີນາມ   

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ວໍ້ວັນເຖືອງ ໄດ້ອວຍພອນ ສະຫະພັນ ມວຍວໍວີນາມ ຫວຽດນາມ ແລະ ໂລກ, ບັນດາຄູ່ເຟິກມວຍ ແລະ ນັກມວຍ ໃນທົ່ວໂລກກ່ຽວກັບຄວາມມານະພະຍາຍາມ ແລະ ຜົນສຳເລັດໃນການຝຶກແອບ ແລະ ໂຄສະນາປະເພດມວຍພື້ນເມືອງຂອງຫວຽດນາມຢ່າງກວ້າງຂວາງໃນທົ່ວໂລກ. ມວຍວໍວີນາມ ຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1938 ໂດຍ ຄູເຟິກມວຍ ຫງວຽນໂລກ ໄດ້ຄົ້ນຄ້ວາມາຈາກມວຍປະເພດອື່ນໆ . ມາຮອດປະຈຸບັນ, ມວຍວໍວີນາມ ຫວຽດນາມ ໄດ້ປະກົດມີຢູ່ 70 ກວ່າປະເທດ ແລະ ເຂດແຄວ້ນໃນທົ່ວໂລກ, ອັນໄດ້ດຶງດູດປະຊາຊົນນັບລ້ານຄົນມາແອບ ແລະ ສືບຕໍ່ພັດທະນາ.

ເນື່ອງໃນໂອກາດນີ້, ສະຫະພັນ ມວຍວໍວີນາມ ຫວຽດນາມ ສົມທົບກັບແຂວງ ບິ່ງເຢືອງ ໄດ້ຈັດຕັ້ງງານແຂ່ງຂັນກິລາ ມວຍວໍວີນາມ ຫວຽດນາມທົ່ວປະເທດປີ 2023 ຊຶ່ງດຳເນີນໄປແຕ່ວັນທີ 10 – 15 ເມສາ.


top