ຂ່າວສານ

ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດປະຊາຊົນຫວຽດນາມ ຢູ່ລາວ

      ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບຜູ້ຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳລາວ ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກຳລັງຕຳຫຼວດປະຊາຊົນຫວຽດນາມ

(ທ່ານພົນໂທ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງຕຳຫຼວດລາວ)
      ຕອນຄ່ຳວັນທີ 18 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບຜູ້ຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳລາວ ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກຳລັງຕຳຫຼວດປະຊາຊົນຫວຽດນາມ (19 ສິງຫາ 1945 – 19 ສິງຫາ 2020) ຂຶ້ນຢ່າງສົມກຽດ.
        ເຂົ້າຮ່ວມພິທີ, ທ່ານພົນໂທ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງຕຳຫຼວດລາວ ໄດ້ຊົມເຊີຍຜົນງານ 75 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່ຂອງກຳລັງຕຳຫຼວດປະຊາຊົນຫວຽດນາມ. ທ່ານພົນໂທ ວິໄລ ຫຼ້າຄຳຟອງ ຢືນຢັນວ່າ, ໃນສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ກຳລັງຕຳຫຼວດຂອງ 2 ປະເທດຄວນຍົກສູງສະຕິລະວັງຕົວກວ່າອີກ, ກຽມພ້ອມຕໍ່ສູ້ເຮັດໃຫ້ບັນດາກົນອຸບາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ ແລະ ການເຄື່ອນໄຫວຂອງບັນດາອາດຊະຍາກຳຖືກປະລາໄຊ, ເສີມຂະຫຍາຍນ້ຳໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນຢູ່ບັນດາຂົງເຂດວຽກງານ, ພ້ອມກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ, ປະກອບສ່ວນຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.
(ແຫຼ່ງຄັດຈາກ VOV)


top