ຂ່າວສານ

ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໂອຕາລິດ

ຕອນຄ່ຳວັນທີ 6 ພະຈິກ ຢູ່ ຮ່າໂນ້ຍ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ໂອຕາລິດ (ວັນທີ 1 ທັນວາ ປີ 1972 - ວັນທີ 1 ທັນວາ ປີ 2022).

ຕອນຄ່ຳວັນທີ 6 ພະຈິກ ຢູ່ ຮ່າໂນ້ຍ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ໂອຕາລິດ (ວັນທີ 1 ທັນວາ ປີ 1972 - ວັນທີ 1 ທັນວາ ປີ 2022). 

  ທ່ານນາງ ເອກອັກຄະລັດຖະທູດ ຫວຽດນາມ ຫງວຽນເຟືອງງາ  

ກ່າວຄຳເຫັນທີ່ເຫດການ ທ່ານ ນາງ ຫງວຽນເຟືອງງາ ເອກອັກຄະລັດຖະທູດ ຫວຽດນາມ ໄດ້ສະແດງຄວາມພາກພູມໃຈເມື່ອໄດ້ເຂົ້າຮ່ວມເຫດການທີ່ມີຄວາມໝາຍສຳຄັນສຳລັບສອງປະເທດ ຫວຽດນາມ ແລະ ໂອຕາລິດ ພ້ອມທັງຖືວ່າ ການສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ໂອຕາລິດ ໃນມໍ່ໆມານີ້ໄດ້ເປັນຂີດໝາຍບາດກ້າວຂະຫຍາຍຕົວໃໝ່ທີ່ສຳຄັນ ໃນສາຍພົວພັນລະຫວ່າງສອງປະເທດ. 

 ສ່ວນທ່ານເອກອັກຄະລັດຖະທູດ ແຮນເປີເຕ ກຣານເຊີ ຖືວ່າ ສາຍພົວພັນລະຫວ່າງບັນດາປະເທດ ຄວນອີງໃສ່ການຮ່ວມມືຂອງບັນດາຂົງເຂດທີ່ແຕກຕ່າງກັນ. ສະມາຄົມມິດຕະພາບ ຫວຽດນາມ - ໂອຕາລິດ ຈະແມ່ນປັດໄຈທີ່ສຳຄັນ ໃນສາຍພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ ໃນນັ້ນມີການພົວພັນແລກປ່ຽນຂອງປະຊາຊົນ.


top