ຂ່າວສານ

ສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງບັນດາສະມາຄົມມິດຕະພາບ ກຸຍບາ ກັບ ຫວຽດນາມ, ລາວ ແລະ ກຳປູເຈຍ

ທ່ານ ເລແທັງຕຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຸຍບາ ຢັ້ງຢືນວ່າ: ຍາມໃດ ຫວຽດນາມ ກໍ່ຮຽງບ່າຮຽງໄຫຼ່ພ້ອມກັບປະຊາຊົນ ກຸຍບາ .

ທ່ານ ເລແທັງຕຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຸຍບາ ຢັ້ງຢືນວ່າ: ຍາມໃດ ຫວຽດນາມ ກໍ່ຮຽງບ່າຮຽງໄຫຼ່ພ້ອມກັບປະຊາຊົນ ກຸຍບາ .

ວັນທີ 15 ກໍລະກົດ, ຢູ່ປະເທດ ກຸຍບາ, ສະຖາບັນ ກຸຍບາ ມິດຕະພາບກັບບັນດາຊົນຊາດ (ICAP) ໄດ້ຈັດຕັ້ງພິທີສະເຫຼິີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ກຸຍບາ - ຫວຽດນາມ, ກຸຍບາ - ລາວ ແລະ ກຸຍບາ - ກຳປູເຈຍ . ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ຫວນຄືນປະຫວັດສາດຂະບວນການສາມັກຄີຂອງ ປະຊາຊົນ ກຸຍບາ ຕໍ່ພາລະກິດການປະຕິວັດຂອງປະຊາຊົນ 3 ປະເທດອິນດູຈີນ, ປະກອບສ່ວນໂຄສະນາ ແລະ ສຶກສາອົບຮົມໃຫ້ລຸ້ນຄົນອະນາຄົດຂອງແຕ່ລະປະເທດ ກ່ຽວກັບການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງປະເທດຕ່າງໆ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ເລແທັງຕຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຸຍບາ ຢັ້ງຢືນວ່າ: ຍາມໃດ ຫວຽດນາມ ກໍ່ຮຽງບ່າຮຽງໄຫຼ່ພ້ອມກັບປະຊາຊົນ ກຸຍບາ ແລະ ສະແດງຄວາມເຊື່ອໝັ້ນວ່າ ສອງຊາດຈະພ້ອມກັນກ້າວຂຶ້ນ ແລະ ສາຍພົວພັນລະຫວ່າງສອງປະເທດຈະມີບັນດາບາດກ້າວພັດທະນາໃໝ່, ການຮ່ວມມືຮອບດ້ານ ແລະ ມີຄວາມເຊື່ອໝັ້ນຢ່າງເດັດຂາດ.

        ສ່ວນທ່ານເອກອັກຄະລັດຖະທູດ ລາວ ແລະ ກຳປູເຈຍ ປະຈຳ ກຸຍບາ ກໍ່ຍົກໃຫ້ເຫັນນ້ຳໃຈມິດຕະພາບ ແລະ ສາຍພົວພັນສອງຝ່າຍທີ່ໂດດເດັ່ນໃນຂົງເຂດສັງຄົມ, ວັດທະນະທຳ ແລະ ເສດຖະກິດ. ທ່ານຮອງປະທານສະຖາບັນ ICAP Victor Gaute, ໄດ້ສະແດງຄວາມຫວັງວ່າ ລຸ້ນຄົນອະນາຄົດຢູ່ແຕ່ລະປະເທດຈະມີຄວາມຮັບຜິດຊອບໃນການຮັກສາ, ປັບປຸງ ແລະ ພັດທະນາການພົວພັນສາມັກຄີ, ແບບອ້າຍນ້ອງທີ່ສະໜິດແໜ້ນທີ່ມີຢູ່ແລ້ວ.

(ແຫຼ່ງຄັດຈາກ VOV)


top