ຂ່າວສານ

ສະເຫຼີມສະຫຼອງ 25 ປີແຫ່ງວັນ ຫວຽດນາມ ໃຫ້ສັດຕະຍາບັນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982

      ໂດຍຫ່າງຈາກນີ້ 25 ປີ (27/07/1994), ຫວຽດນາມ ໄດ້ໃຫ້ສັດຕະຍາບັນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. 25 ປີຜ່ານມາ, ຫວຽດນາມ ຍາມໃດກໍ່ມານະພະຍາຍາມໃນການປະຕິບັດສົນທິສັນຍາ
            ສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ກຳເນີດໄດ້ເປັນຂີດໝາຍການສ້າງກອບນິຕິກຳສາກົນຮອບດ້ານ, ດັດປັບສິດ ແລະ ພັນທະຂອງບັນດາປະເທດທັງໝົດໃນການນຳໃຊ້ທະເລ, ຄຸ້ມຄອງບັນດາແຫຼ່ງຊັບພະຍາກອນທະເລ ແລະ ອະນຸລັກຮັກສາບັນດາແຫຼ່ງຊັບພະຍາກອນນີ້. ໂດຍແມ່ນປະເທດແຄມທະເລ ທີ່ມີເສັ້ນທາງແຄມຝັ່ງທະເລຍາວກ່ວາ 3260 ກິໂລແມັດ ດ້ວຍເກາະໃຫຍ່ນ້ອຍນັບພັນແຫ່ງ, ໃນນັ້ນ ມີ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ຫວຽດນາມ ມີຜົນປະໂຫຍດຕິດພັນກັບທະເລຫລາຍຢ່າງ. ໂດຍຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມສຳຄັນຂອງທະເລ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມໃນວິວັດການເຈລະຈາສ້າງສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ແລະ ມີຄວາມມານະພະຍາຍາມຫລາຍຢ່າງໃນການປະຕິບັດສົນທິສັນຍາ; ຍາມໃດກໍ່ຍົກສູງສະຕິ ແລະ ຈຸດໝາຍຂອງສົນທິສັນຍາ, ພ້ອມທັງມີບັນດາການກະທຳແທດຈິງ ເພື່ອປະກອບສ່ວນເຂົ້າໃນການປະຕິບັດສົນທິສັນຍາ. ດ້ວຍແຜນນະໂຍບາຍສະເໝີຕົ້ນສະເໝີປາຍຜ່ານບັນດາມາດຕະການສັນຕິພາບເພື່ອແກ້ໄຂບັນດາການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນຢູ່ທະເລ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງ ໃນການນຳໃຊ້ສົນທິສັນຍາກົດໝາຍວ່າດ້ວຍທະເລ 1982 ຢ່າງມີປະສິດທິຜົນ.  ໃນສະພາບການຂັດແຍ້ງສັບສົນຄືປັດຈຸບັນຢູ່ທະເລຕາເວັນອອກ, ເລື່ອງເຄົາລົບສົນທິສັນຍາກົດໝາຍວ່າດ້ວຍທະເລ 1982 ຢ່າງຄົບຖ້ວນ ຍິ່ງມີບົດບາດສຳຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລຢູ່ພາກພື້ນ.
 (ແຫຼ່ງຄັດຈາກ VOV)

top