ຂ່າວສານ

ສະເຫຼີມສະຫຼອງ 25 ປີ ແຫ່ງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ

      ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໃນປັດຈຸບັນ ເມື່ອທຽບໃສ່່ກັບ 25 ປີ ກ່ອນນີ້ ແມ່ນແຕກຕ່າງກັນຫຼາຍ. ໃນຂົງເຂດເສດຖະກິດ, ປີ 1994, ວົງເງິນການຄ້າສອງສົ້ນ ບັນລຸໄດ້ພຽງແຕ່ປະມານ 400 ລ້ານ USD, ມາໃນປີ 2019 ບັນລຸໄດ້ເກືອບ 70 ຕື້ USD ເພີ່ມຂຶ້ນກວ່າ 130 ເທົ່າ,...

ພິທີເລີ່ມການເຄື່ອນໄຫວສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງການພົວພັນລະຫວ່າງຫວຽດນາມ - ອາເມລິກາ ເປັນປົກກະຕິ (ພາບ: ກະຊວງການຕ່າງປະເທດ)
      ໂດຍໄດ້ປະຕິບັດງານ ຢູ່ ອາເມລິກາ ເປັນເວລາ 9 ປີ ໃນຖານະເປັນຫົວໜ້າຫ້ອງການຕິດຕໍ່ພົວພັນ, ອຸປະທູດຊົ່ວຄາວ, ເອກອັກຄະລັດຖະທູດຄົນທໍາອິດຂອງຫວຽດນາມ ປະຈໍາ ອາເມລິກາ (ອາຍຸການ 1995 – 2000), ທ່ານເອກອັກຄະລັດຖະທູດ ເລວັນບາ່ງ ເຊິ່ງເປັນຜູ້ໜຶ່ງທີ່ໄດ້ເຫັນປະຈັກຕາທັງໝົດວິວັດການເຈລະຈາສ້າງການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ເປັນປົກກະຕິ. ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ (1995 – 2020), ທ່ານເອກອັກຄະລັດຖະທູດ ເລວັນບ່າງ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແບ່ງປັນກ່ຽວກັບການພົວພັນລະຫວ່າງສອງປະເທດ ນັບແຕ່ເມື່ອສ້າງການພົວພັນເປັນປົກກະຕິ.
        ປີ 1986, ຫວຽດນາມ ເລີ່ມເປີດປະຕູ, ຄໍາຮຽກຮ້ອງໃຫ້ລົບລ້າງການຂວໍ້າບາດປິດລ້ອມ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງປະເທດແມ່ນສູງທີ່ສຸດ, ສະນັ້ນ ການຂວໍ້າບາດຂອງ ອາເມລິກາ ເປັນການຕັນປະຕູ, ເຮັດໃຫ້ ຫວຽດນາມ ບໍ່ສາມາດອອກສູ່ໂລກໄດ້. ຍົກເລີກການຂວໍ້າບາດ ໝາຍຄວາມວ່າ ຫວຽດນາມ ມີສິດຄ້າຂາຍ, ແລກປ່ຽນການຄ້າກັບ ອາເມລິກາ ກັບບັນດາປະເທດອື່ນໃນໂລກ ທີ່ບໍ່ຖືກກີດກັ້ນດ້ານການເງິນ, ການລົງທຶນ ແລະ ການຄ້າ.  ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໃນປັດຈຸບັນ ເມື່ອທຽບໃສ່່ກັບ 25 ປີ ກ່ອນນີ້ ແມ່ນແຕກຕ່າງກັນຫຼາຍ. ໃນຂົງເຂດເສດຖະກິດ, ປີ 1994, ວົງເງິນການຄ້າສອງສົ້ນ ບັນລຸໄດ້ພຽງແຕ່ປະມານ 400 ລ້ານ USD, ມາໃນປີ 2019 ບັນລຸໄດ້ເກືອບ 70 ຕື້ USD ເພີ່ມຂຶ້ນກວ່າ 130 ເທົ່າ,... ໃນຊຸມປີມໍ່ໆມານີ້, ຫວຽດນາມໄດ້ກາຍເປັນປະເທດສົ່ງອອກເກີນດຸນຢ່າງລຽນຕິດ ແລະ ອາເມລິກາ ໄດ້ກາຍເປັນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ. ນັບແຕ່ປີ 2013 ເປັນຕົ້ນມາ - ເຊິ່ງແມ່ນປີ ຫວຽດນາມ - ອາເມລິກາ ສ້າງການພົວພັນຄູ່ຮ່ວມມືຮອບດ້ານ, ສອງປະເທດໄດ້ເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນທຸກດ້ານ. ໄປຄຽງຄູ່ກັນນັ້ນ, ສອງປະເທດພວມແບ່ງປັນ ແລະ ມີເປົ້າໝາຍລວມແມ່ນ ສ້າງສັນຕິພາບ,ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເວົ້າສະເພາະ ແລະ ໂລກເວົ້າລວມ. ພ້ອມກັນນັ້ນ,ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງປະຊາຊົນ, ການນໍາຂັ້ນສູງສອງປະເທດກໍໄດ້ຍົກສູງຂຶ້ນຢ່າງເຫັນໄດ້ຊັດ.  ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ, ໃນອະນາຄົດ, ການພົວພັນລະຫວ່າງສອງປະເທດ ຈະພັດທະນາຍິ່ງໆຂຶ້ນ.
 (ແຫຼ່ງຄັດຈາກ VOV)
 


top