ຂ່າວສານ

ສະເຫຼີມສະຫຼອງ 20 ປີແຫ່ງວັນ ອິນເຕີແນັດ ປະກົດຕົວຢູ່ ຫວຽດນາມ

 ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍບັນດານະໂຍບາຍ, ມາດຕະການໜູນຊ່ວຍວິສາຫະກິດ ຫວຽດນາມ ມີຄວາມເຊື່ອໝັ້ນເຂົ້າໃນການປະຕິວັດອຸດສາຫະກຳ 4.0 

ທ່ານ ເຈືອງມິງຕ໋ວນ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ
      ສະເຫຼີມສະຫຼອງ 20 ປີແຫ່ງວັນ ອິນເຕີແນັດ ປະກົດຕົວຢູ່ ຫວຽດນາມ, ຕອນເຊົ້າວັນທີ 22 ພະຈິກ, ທີ່ຮ່າໂນ້ຍ ໄດ້ດຳເນີນເຫດການ Internet Day 2017 ດ້ວຍຫົວຂໍ້ວ່າ: “ການເຄື່ອນເໜັງດີຈີຕອນ”. ເຫດການດັ່ງກ່າວ ໂດຍສະຫະສະມາຄົມອິນເຕີແນັດ ຫວຽດນາມ ຈັດຕັ້ງຂຶ້ນ.
        ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງມິງຕ໋ວນ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍບັນດານະໂຍບາຍ, ມາດຕະການໜູນຊ່ວຍວິສາຫະກິດ ຫວຽດນາມ ມີຄວາມເຊື່ອໝັ້ນເຂົ້າໃນການປະຕິວັດອຸດສາຫະກຳ 4.0 ທ່ານ ເຈືອງມິງຕ໋ວນ ເນັ້ນໜັກວ່າ:
        “ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ດ້ວຍພື້ນຖານໂຄງລ່າງໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ແຫຼ່ງຊັບພະຍາກອນມະນຸດຫລວງຫລາຍໃນຂົງເຂດຖະແຫຼງຂ່າວ-ສື່ສານຄືປັດຈຸບັນ, ພວກເຮົາ ສາມາດຕ້ອບສະໜອງໄດ້ຄວາມມຸ່ງຫວັງຢ່າງສົມບຸນ. ດ້ວຍຖານະບົດບາດເປັນອົງການຄຸ້ມຄອງລະດັບຊາດກ່ຽວກັບຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ອິນເຕີແນັດ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຢືນຢັນວ່າ ຍາມໃດກໍ່ຮ່ວມເດີນທາງພ້ອມກັບບັນດາວິສາຫະກິດໂທລະຄົມມະນາຄົມ, ອິນເຕີແນັດ, ເນື້ອໃນດີຈີຕອນ ແລະ ຊອບແວໃນອິນເຕີແນັດຂອງ ຫວຽດນາມ ດ້ວຍຈຸດໝາຍສູງສຸດແມ່ນ ມຸ່ງໄປເຖິງຕະຫລາດອິນເຕີແນັດເນື້ອໃນດີຈີຕອນສະເໝີພາບ ແລະ ໝັ້ນຄົງ.
        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ປຸກລະດົມການເສັງ “Chat bot 2017”.
 (ແຫຼ່ງຄັດຈາກ VOV)

top