ຂ່າວສານ

ສະຫຼູບ​ບັ​ນ​ຫາ​ທິດ​ສະ​ດີ-ພຶດ​ຕິ​ກຳຕົວ​ຈິງ ລ​ະ​ຫວ່າງ 02 ​ພັກ ຫວຽດ​ນາມ ແລະ ລາວ

ຄະນະຜູ້ແທນ ພັກກອມມູນິດ ຫວຽດນາມ ນຳໂດຍທ່ານ ຫງວຽນ ຊວນ ຖັງ, ປະທານສະພາທິດສະດີສູນກາງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈິມີນ, ເປັນຫົວໜ້າຄະນະ.
ກອງປະຊຸມສຳມະນາທິດສະດີຄັ້ງທີ VIII ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ (ພາບ: TTXVN)

ໃນວັນທີ 16 ທັນວາ ກອງປະຊຸມສຳມະນາຄັ້ງທີ VIII ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ດ້ວຍຫົວຂໍ້ “ບັນດາບັນຫາທິດສະດີ-ພຶດຕິກຳຕົວຈິງໃໝ່ໃນເອກະສານ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ແລະ ເອກະສານກອງປະຊຸມໃຫ່ຍ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ” ຕາມຮູບແບບທາງໄກ.

ຄະນະຜູ້ແທນ ພັກກອມມູນິດ ຫວຽດນາມ ນຳໂດຍທ່ານ ຫງວຽນຊວນຖັງ, ປະທານສະພາທິດສະດີສູນກາງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈິມີນ, ເປັນຫົວໜ້າຄະນະ.

ຄະນະຜູ້ແທນຝ່າຍພັກປະຊາຊົນປະຕິວັດລາວ ນຳໂດຍທ່ານ ຄຳພັນ ເຜີຍຍາວົງ, ປະທານສະພາທິດສະດີສູນກາງ, ຫົວຄະນະໂຄສະນາອົບຮົມສູນການພັກປະຊາຊົນປະຕິວັດລາວ, ເປັນຫົວໜ້າຄະນະ.

ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ ຫວຽດນາມ ແລະ ລາວໄດ້ແລກປ່ຽນກ່ຽວກັບບັນຫາທິດສະດີ ແລະ ພຶດຕິກຳຕົວຈິງໃໝ່ຂອງເອກະສານສອງພັກກຽ່ວກັບວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ; ພັດທະນາເສດຖະກິດຕະຫຼາດການກຳກຳນົດທິດທາງສັງຄົມນິຍົມ; ຕໍ່ກັບການພັດທະນາວັດທະນະທຳ, ສັງຄົມ, ມະນຸດ; ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນການຕ່າງປະເທດ ແລະ ບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໃນຂອບເຂດລາຍການ, ສອງສະພາທິດສະດີສູນກາງຂອງສອງພັກໄດ້ລົງນາມຂໍ້ຕົກລົງຮ່ວມມືໄລຍະ 2022-2026.

(ແຫຼ່ງຄັດຈາກ VOV)


top