ຂ່າວສານ

ສະຫຼຸບການເສັງນັກສຶກສາກັບຄວາມປອດໄພດ້ານຂໍ້ມູນຂ່າວສານອາຊຽນ 2019

      ທິມ Just du It! ມາຈາກມະຫາວິທະຍາໄລເຕັກໂນໂລຊີ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ເອົາຊະນະ 17 ທິມທີ່ເຂົ້າຮ່ວມການເສັງເພື່ອຍາດໄດ້ລາງວັນທີ 1 ການເສັງນັກສຶກສາກັບຄວາມປອດໄພດ້ານຂໍ້ມູນຂ່າວສານອາຊຽນ 2019.

ການເສັງນັກສຶກສາກັບຄວາມປອດໄພດ້ານຂໍ້ມູນຂ່າວສານອາຊຽນ 2019
(ພາບ: Vietnam+)
      ການເສັງໂດຍສະຫະສະມາຄົມຄວາມປອດໄພດ້ານຂໍ້ມູນຂ່າວສານຫວຽດນາມ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ແລະ ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຈັດຕັ້ງຂຶ້ນໃນວັນທີ 29 ພະຈິກ. ເຫດການແມ່ນນອນໃນບັນດາການເຄື່ອນໄຫວວັນແຫ່ງຄວາມປອດໄພດ້ານຂໍ້ມູນຂ່າວສານຫວຽດນາມ 2019.
        ຮອບສຸດທ້າຍຂອງການເສັງໂດຍມີການເຂົ້າຮ່ວມກອງ 12 ທິມຫວຽດນາມ ດີເດັ່ນທີ່ສຸດ ແລະ  5 ທິມຂອງບັນດາປະເທດອາຊຽນ (ລວມມີ ສິງກະໂປ, ມາເລເຊຍ, ໄທ, ມຽນມາ, ລາວ). ນີ້ແມ່ນປີທີ 12 ທີ່ການເສັງດັ່ງກ່າວຖືກຈັດຂຶ້ນຢູ່ຫວຽດນາມ ແລະ ແມ່ນປີທຳອິດທີ່ໄດ້ເປີດກວ້າງອອກສູ່ພາກພື້ນອາຊຽນ.
 (ແຫຼ່ງຄັດຈາກ VOV)


top