ຂ່າວສານ

ສະຫາຍເລຂາທິການໃຫຍ່, ປະທານປະເທດ ເດີນທາງໄປຢ້ຽມຢາມ ລາວ ແລະ ກຳປູເຈຍ

ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່, ປະທານປະເທດ. (ແຫຼ່ງ VNA)

ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະຫາຍ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ບຸນຍັງ ວໍລະຈິດ ແລະ ຄຳເຊີນ ຂອງ ພະບາດ ສົມເດັດ ພະບໍຣົມ ມະນຽດ ໂນໂຣດົມ ສີຫະໂມນີ ພະມະຫາ ກະສັດ ແຫ່ງລາຊະອານາຈັກ ກຳປູເຈຍ, ຕອນເຊົ້າວັນທີ 24 ກຸມພາ, ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະ ບໍ ລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງສະທາລະ ນະລັດສັງຄົມນິຍົມ ຫວຽດນາມ  ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກຮ່າໂນ້ຍ ເດີນ ທາງ ໄປຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນ ລາວ ແລະ ຢ້ຽມຢາມ ທາງລັດຖະກິດ ລາ ຊະອານາຈັກ ກຳປູເຈຍ.

ເຂົ້າຮ່ວມຄະນະ ພ້ອມກັບສະຫາຍເລຂາທິການໃຫຍ່, ປະ ທານປະເທດ ຫງວຽນຝູ໋ຈ້ອງ ລວມມີ ບັນດາສະຫາຍ: ສະ ຫາຍນາງ ຕ່ອງທິຝ໋ອງ ກຳມະການກົມການເມືອງ, ຮອງປະ ທານ ຜູ້ປະຈຳການສະພາແຫ່ງຊາດ; ສະຫາຍນາງ ເຈືອງທິມາຍ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວ ໜ້າຄະນະ ຂົນຂວາຍສູນກາງ; ສະຫາຍ ຟ້າມບິ່ງມິນ ກຳ ມະ ການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ; ສະຫາຍ ຫງວຽນວັນເນັນ ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ; ສະຫາຍ ຮວ່າງບິ່ງກວນ ກຳມະການສູນກາງພັກ, ຫົວໜ້າຄະນະພົວ ພັນຕ່າງ ປະເທດສູນກາງພັກ; ສະຫາຍ ດ່າວຫວຽດຈຸງ ກຳມະ ການສູນກາງພັກ, ຫົວໜ້າຫ້ອງວ່າການປະທານປະເທດ; ສະ ຫາຍ ຫງວຽນຈີ໋ຢຸ້ງ ກຳມະການສູນກາງພັກ, ລັດຖະມົນຕີກະ ຊວງແຜນການ ແລະ ການລົງທຶນ; ສະຫາຍ ດິງຕ໋ຽນຢຸ໋ງ ກຳ ມະ ການສູນກາງພັກ, ລັດຖະມົນຕີ ກະຊວງການເງິນ; ສະ ຫາຍ ຫງວຽນວັນເຖ ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຄົມມະນາຄົມຂົນສົ່ງ; ສະຫາຍ ຟ້າມຮົ່ງຮ່າ ກຳ ມະການສູນກາງພັກ, ລັດຖະມົນຕີກະຊວງກໍ່ສ້າງ; ສະຫາຍ ຫງວຽນແທ່ງຟອງ ກຳມະການສູນກາງພັກ, ປະທານຄະນະກຳມະການ ປະຊາຊົນນະຄອນໂຮ່ຈີມິນ; ສະຫາຍ ຈິ້ງວັນຈ໋ຽນ, ກຳມະການສູນກາງພັກ,  ເລຂາຄະນະພັກແຂວງ ແທງຮ໋ວາ; ສະຫາຍນາງ ຫວໍທິອ໋າຍຊວນ ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ອານຢາງ; ສະຫາຍພົນໂທ ເຈິ່ນເດີນ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ; ສະຫາຍພົນໂທ ບຸ່ຍວັນນາມ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງຕຳຫຼວດ; ສະຫາຍ ໂຮ່ເມົ້າ ຫງວາດ ຜູ້ຊ່ວຍວຽກ ຂອງເລຂາທິການໃຫຍ່, ປະທານປະເທດ; ເຂົ້າຮ່ວມຍັງມີສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດ ຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈຳ ສປປ. ລາວ ແລະ ສະຫາຍ ຫວູກວາງມິງ  ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດ ເຕັມ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ.
 

ໂດຍ: VNA/VNP


top