ຂ່າວສານ

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄປຢ້ຽມຢາມໂຄງການກໍ່ສ້າງ ສະພາແຫ່ງຊາດ ລາວ

ໃນກອບການຢ້ຽມຢາມສປປ ລາວ ຢ່າງເປັນທາງການ, ຕອນ ບ່າຍວັນທີ 24 ກຸມພາ 2019, ທີ່ນະຄອນຫຼວງ ວຽງຈັນ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ໄປຢ້ຽມຢາມໂຄງການກໍ່ສ້າງ ສະພາແຫ່ງຊາດ ລາວ. ໄປນຳ ຍັງມີສະຫາຍນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ.

ນີ້ເປັນກິດຈະການກໍ່ສ້າງທີ່ມີຄວາມໝາຍທາງດ້ານການເມືອງ, ການຕ່າງປະເທດ, ເປັນສັນຍາລັກຂອງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ຫວຽດນາມ-ລາວ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ, ສະຫາຍນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ ແລະ ບັນດາ ຜູ້ແທນ ທຳການຢ້ຽມຢາມໂຄງການກໍ່ສ້າງ ສະພາແຫ່ງ ຊາດລາວ. ພາບ: ຈີ໋ຢຸງ/VNA
 

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ພ້ອມກັບພະນັກງານ, ຜູ້ຊ່ຽວຊານ ທີ່ພວມເຮັດວຽກ ຢູ່ສະຖານທີ່ ກໍ່ສ້າງ. ພາບ: ຈີ໋ຢຸງ/VNA 
ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ, ສະຫາຍນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ ແລະ ບັນດາຜູ້ແທນ ທຳການຢ້ຽມຢາມໂຄງການກໍ່ສ້າງ ສະພາແຫ່ງ ຊາດ ລາວ. ພາບ: ຈີ໋ຢຸງ/VNA

 ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ທຳການຢ້ຽມຢາມເຮືອນຂອງພະນັກງານ ແລະ ນັກຮົບ. ພາບ: ຈີ໋ຢຸງ/VNA

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ມອບຂອງຂວັນໃຫ້ພະນັກງານ ທີ່ພວມເຮັດວຽກ ຢູ່ ສະຖານທີ່ກໍ່ ສ້າງ. ພາບ: ຈີ໋ຢຸງ/VNA

ໂຄງການກໍ່ສ້າງ ສະພາແຫ່ງຊາດ ລາວ ໄດ້ເລີ່ມລົງມືການກໍ່ສ້າງແຕ່ວັນທີ 1 ພະຈິກ 2017 ໂດຍກະຊວງກໍ່ສ້າງເປັນເຈົ້າໂຄງການ. ໃນຕໍ່ໜ້າ, ສອງຝ່າຍຈະພະຍາຍາມ ໃຫ້ສຳເລັດ, ຮັບປະກັນຄຸນ ນະພາບ, ຖືກຕ້ອງຕາມເຕັກນິກ, ສິລະປະ ທ່ີວາງອອກ ແລະເປີດ ນຳໃຊ້ ຢ່າງເປັນທາງການໃນທ້າຍປີ 2020.

ໃນການໂອ້ລົມກັບພະນັກງານ, ວິສາວະກອນ, ກຳມະກອນ ທີ່ພວມເຮັດວຽກຢູ່ທີ່ນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ຮຽກຮ້ອງໃຫ້ຜູ້ລົງທຶນ, ຜູ້ຮັບເໝົາ ຕ້ອງມີ ການສົມທົບຢ່າງແໜ້ນແຟ້ນ, ພະຍາຍາມເຮັດສຸດ ຄວາມສາ ມາດ ຂອງຕົນດ້ວຍຄວາມຮັບຜິດຊອບສູງສຸດ, ພ້ອມກັບບັນດາ ອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ແລະ ລາວ ໃນການກໍ່ສ້າງ ສະພາແຫ່ງຊາດ ລາວ ໃຫ້ມີຄຸນນະພາບດີທີ່ສຸດ, ສົມເປັນກິດຈະກຳ ທີ່ເປັນສັນຍາລັກ ຂອງ ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ-ລາວ. 

ປະຕິບັດໂດຍ: VNA/VNP



top