ໃນຕອນເຊົ້າວັນທີ 15 ມີນາ 2026, ສະຫາຍ ໂຕເລິມ, ເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ ໄດ້ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ສົກປີ 2026 - 2031 ຢູ່ເຂດເລືອກຕັ້ງທີ 02, ຕາແສງ ບາດິ່ງ, ນະຄອນຫຼວງ ຮ່າໂນ້ຍ.
ທ່າມກາງບັນຍາກາດທີ່ຟົດຟື້ນ ແລະ ເບີກບ່ານມ່ວນຊື່ນຂອງວັນເລືອກຕັ້ງ - ວັນບຸນຂອງທົ່ວປວງຊົນ, ໃນຕອນເຊົ້າວັນທີ 15 ມີນາ, ສະຫາຍ ເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ ແລະ ຄະນະປະຕິບັດງານສູນກາງ ໄດ້ໄປຮອດເຂດເລືອກຕັ້ງທີ 02, ຕາແສງ ບາດິ່ງ, ນະຄອນຫຼວງ ຮ່າໂນ້ຍ ເພື່ອປ່ອນບັດເລືອກຕັ້ງ.
ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີໄຂ ແລະ ປ່ອນບັດເລືອກຕັ້ງ ຢູ່ເຂດເລືອກຕັ້ງທີ 02, ຕາແສງ ບາດິ່ງ, ນະຄອນຫຼວງ ຮ່າໂນ້ຍ. ພາບ:
ຖົ໋ງເຍິດ - VNA
ສະຫາຍ ເລຂາທິການໃຫຍ່ ໂຕເລິມ ປ່ອນບັດເລືອກຕັ້ງ ຢູ່ເຂດເລືອກຕັ້ງທີ 02,
ຕາແສງ ບາດິ່ງ, ນະຄອນຫຼວງ ຮ່າໂນ້ຍ. ພາບ: ຖົ໋ງເຍິດ - VNA
ບັນດາສະຫາຍການນຳພັກ ແລະ ລັດ ປ່ອນບັດເລືອກຕັ້ງ ຢູ່ເຂດເລືອກຕັ້ງທີ 02,
ຕາແສງ ບາດິ່ງ, ນະຄອນຫຼວງ ຮ່າໂນ້ຍ. ພາບ: ວັນດ້ຽບ – VNA