ຂ່າວສານ

ສະຫາຍ ເລຂາທິການໃຫຍ່ ເລີ່ມເດີນທາງມາຢ້ຽມຢາມ ສປປ ລາວ ແລະ ຮ່ວມພິທີສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ

ໃນຕອນເຊົ້າວັນທີ 1 ທັນວາ 2025, ສະຫາຍ ເລຂາທິການໃຫຍ່ ໂຕເລີມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງເຖິງ ນະຄອນຫຼວງ ວຽງຈັນ

ໃນຕອນເຊົ້າວັນທີ 1 ທັນວາ 2025, ສະຫາຍ ເລຂາທິການໃຫຍ່ ໂຕເລີມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງເຖິງ ນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດະເຖິງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສປປ ລາວ; ທັງຮ່ວມເປັນປະທານໃນກອງປະຊຸມຂັ້ນສູງ ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ແຕ່ວັນທີ 1 ເຖິງ 2 ທັນວາ 2025, ຕາມຄຳເຊື້ອເຊີນຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ.


top