ຂ່າວສານ

ສະຫາຍ ຫງວຽນຝູ໋ຈ້ອງ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII

ຕອນເຊົ້າວັນທີ 31 ມັງກອນ 2021, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ຈັດວາລະປະຊຸມຄັ້ງທຳອິດ ເພື່ອເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາ, ຄະນະກຳມະການກວດກາສູນກາງພັກ, ຫົວຫນ້າຄະນະກຳມະການກວດກາສູນກາງພັກ. ສະຫາຍ ຫງວຽນຝູ໋ຈ້ອງ ໄດ້ຮັບຄັດເລືອກເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ດ້ວຍຄວາມໄວ້ວາງໃຈ.

ສະຫາຍ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຕາງໜ້າໃຫ້ກົມການເມືອງຊຸດທີ XIII ມອບຊໍ່ດອກໄມ້ ສະແດງຄວາມຍິນດີຕໍ່ ສະຫາຍ ຫງວຽນຝູ໋ຈ້ອງ ໄດ້ຮັບຄັດເລືອກເປັນເລຂາທິການໃຫຍ່
ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ດ້ວຍຄວາມໄວ້ວາງໃຈ. ພາບ: ຈີ໋ຢຸງ/VNA 

ພາບໃນກອງປະຊຸມ. ພາບ: ຈີ໋ຢຸງ/VNA
ປະຕິບັດ: VNA/VNP
 

top