ຂ່າວສານ

ສະຫາຍ ຫງວຽນຊວນຟຸກ ໄດ້ຮັບເລືອກເປັນປະທານປະເທດ ດ້ວຍຄະແນນສຽງ 97,5%

ຕອນເຊົ້າວັນທີ 5 ເມສາ 2021, ຜົນການນັບບັດ ມີຜູ້ແທນ 468/468 ສະຫາຍ ມີໜ້າ ລົງຄະແນນ ດ້ວຍຄະແນນສຽງເຫັນດີ 97,5% ຜູ້ແທນສະພາແຫ່ງ ຊາດທັງໝົດ, ສະພາແຫ່ງຊາດ ໄດ້ອະນຸມັດຜ່ານມະຕິ ເລືອກຕັ້ງປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2016-2021 ສຳລັບສະຫາຍ ຫງວຽນຊວນຟຸກ.
ປະທານປະເທດ ຫງວຽນຊວນຟຸກ ກ່າວຄຳສາບານ ຮັບຕຳແໜ່ງ. ພາບ: ຖົ໋ງເຍີດ/VNA

ມະຕິໄດ້ຍົກໃຫ້ເຫັນແຈ້ງວ່າ: ສະພາແຫ່ງຊາດຊຸດທີ XIV ໄດ້ເລືອກຕັ້ງສະຫາຍ ຫງວຽນຊວນຟຸກ, ກຳມະການ ກົມການເມືອງ ຊຸດທີ XIII, ຜູ້ແທນສະພາແຫ່ງຊາດຊຸດທີ XIV ຮັກສາຕຳແໜ່ງປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2016-2021. ມະຕິມີຜົນສັກສິດນັບຕັ້ງແຕ່ເວລາທີ່ໄດ້ ສະພາແຫ່ງຊາດອະນຸມັດຜ່ານ.

ສະຫາຍ ຫງວຽນຊວນຟຸກ ເກີດເມື່ອວັນທີ 20 ກໍລະກົດ 1954 ຢູ່ທີ່ແຂວງ ກວາງນາມ. ລະດັບຄວາມຮູ້ດ້ານທິດສະດີ ການເມືອງ: ຂັ້ນສູງ, ລະດັບຄວາມຮູ້ດ້ານວິຊາການ: ປະລິນຍາຕີຂະແໜງເສດຖະກິດ. ເພິ່ນເປັນ ກຳມະການກົມການເມືອງ ຊຸດທີ XI, XII, XIII; ກຳມະການສູນກາງພັກ ຊຸດທີ X, XI, XII, XIII; ຜູ້ແທນສະພາແຫ່ງຊາດ ຊຸດທີ XI, XIII, XIV.
ປະຕິບັດ: VNA/VNP

top