ຂ່າວສານ

ສະຫາຍ ບຸນຍັງ ວໍລະຈິດ ໄປຢ້ຽມຢາມ ສະຫາຍ ເລຂາຟຽວ ແລະ ສະຫາຍ ໂນງດຶກແມ້ງ

      ຕອນບ່າຍວັນທີ 19 ທັນວາ 2017, ໃນຂອບເຂດການ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ມາຢ້ຽມຢາມສະຫາຍ ເລຂາຟຽວ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ໂນງດຶກແມ້ງ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ມາຢ້ຽມຢາມສະຫາຍ ເລຂາຟຽວ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ. ພາບ: ເຟືອງຮວາ/VNA
 
      ທີ່ບັນດາການພົບປະ, ສະຫາຍ ເລຂາຟຽວ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ໂນງດຶກແມ້ງ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ສະແດງຄວາມຍິນດີທີ່ໄດ້ຕ້ອນຮັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ເນື່ອງໃນໂອກາດມາ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີປິດປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017.
      ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ , ປະທານປເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕໍ່ສາຍພົວພັນອັນ ເປັນພິເສດລະຫວ່າງ ຫວຽດນາມ-ລາວ, ລາວ -ຫວຽດນາມ ພວມນັບມື້ນັບພັດທະນາເຂົ້າໄປສູ່ລວງເລິກ, ມີປະສິດທິພາບ ໃນທຸກໆ ຂົງເຂດ, ນຳຜົນປະໂຫຍດອັນແທ້ຈິງມາໃຫ້ແກ່ ປະຊາຊົນສອງປະເທດ. 

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ມາຢ້ຽມຢາມສະຫາຍ ໂນງດຶກແມ້ງ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ. ພາບ: ເຟືອງຮວາ/VNA

      ສະຫາຍ ບຸນຍັງ ວໍລະຈິດ, ສະຫາຍ ເລຂາຟຽວ ແລະ ສະຫາຍ ໂນງດຶກແມ້ງ ໄດ້ສະແດງຄວາມຍິນດີ ຕໍ່ຜົນສຳເລັດຂອງປີ ສາມັກຄີ ມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017 ແລະ ໃຫ້ຮູ້ວ່າ ນີ້ເປັນໂອກາດເພື່ອທົບທວນຄືນມູນເຊື້ອ ອັນດີງາມ ຂອງສາຍພົວພັນຫວຽດນາມ-ລາວ, ກໍ່ເພື່ອສຶກສາ ໃຫ້ບັນດາ ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ທຸກຊົນຊັ້ນ, ເປັນຕົ້ນແມ່ນຮຸ່ນໜຸ່ມສອງປະເທດ ເຂົ້າໃຈ ຢ່າງເລິກເຊິ່ງ ກ່ຽວກັບຄວາມໝາຍອັນຍິ່ງໃຫຍ່ ແລະ ຄວາມສຳຄັນ ຂອງສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ.ເນື່ອງໃນໂອກາດນີ້, ສະຫາຍ ເລຂາຟຽວ ແລະ ສະຫາຍ ໂນງດຶກແມ້ງ ໄດ້ຝາກຄຳຢ້ຽມຢາມຖາວຂ່າວຂອງຕົນມາຍັງ ສະຫາຍ ຄຳໄຕ ສິພັນດອນ ອະດີດປະທານປະເທດ ລາວ, ສະຫາຍ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດແຫ່ງ ສປປ ລາວ ແລະ ບັນດາທ່ານຜູ້ນຳຂັ້ນສູງຂອງພັກ, ລັດຖະບານ ລາວ.
      ເນື່ອງໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ເຊີນສະຫາຍ ເລຂາຟຽວ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ໂນງດຶກແມ້ງ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ເຊີນໄປຢ້ຽມຢາມປະເທດ ສປປ ລາວ ໃນເວລາທີ່ເໝາະສົມ.  ສະຫາຍ ເລຂາຟຽວ ແລະ ສະຫາຍ ໂນງດຶກແມ້ງ ສະແດງຄຳຂອບອົກຂອບໃຈ ແລະ ຮັບເອົາຄຳເຊີນໄປຢ້ຽມຢາມ ລາວຂອງສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ.
ປະຕິບັດ: VNA/VNP 

 
 

top