ຂ່າວສານ

ສະຫະພາບເອີຣົບ ໜູນຊ່ວຍ ຫວຽດນາມ ເປັນເງິນຈຳນວນ 1,3 ລ້ານເອີໂຣ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ

      ສະຫະພາບເອີລົບ (ອີຢູ) ຈະສະໜອງບ້ວງເງິນໜູນຊ່ວຍມີມູນຄ່າ 1,3 ລ້ານເອີໂຣ ເພື່ອເປັນການຊ່ວຍເຫຼືອມະນຸດສະທຳດ່ວນໃຫ້ແກ່ບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມທີ່ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງເຂດພາກກາງ ຫວຽດນາມ. 

ປະຊາຊົນແຂວງ ກວ໋າງບິງ ພວມໄປຮັບເຄື່ອງຊ່ວຍເຫຼືອ
      ສະຫະພາບເອີລົບ (ອີຢູ) ຈະສະໜອງບ້ວງເງິນໜູນຊ່ວຍມີມູນຄ່າ 1,3 ລ້ານເອີໂຣ ເພື່ອເປັນການຊ່ວຍເຫຼືອມະນຸດສະທຳດ່ວນໃຫ້ແກ່ບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມທີ່ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງເຂດພາກກາງ ຫວຽດນາມ ນັບແຕ່ຕົ້ນເດືອນຕຸລາປີ 2020. ບ້ວງເງິນໜູນຊ່ວຍດັ່ງກ່າວ ຈະສຸມໃສ່ແກ້ໄຂບັນດາຄວາມຕ້ອງການຢ່າງຮີບດ່ວນຂອງຜູ້ຖືກຜົນສະທ້ອນຢູ່ບັນດາແຂວງຄື ກວ໋າງບິງ, ກວ໋າງຈິ ແລະ ເທື່ອທຽນ - ເຫວ້.
 (ແຫຼ່ງຄັດຈາກ VOV)
 


top