ຂ່າວສານ

ສະຫະພັນໃຫຍ່ແຮງງານຫວຽດນາມ ສະເໜີຫຼຸດຊົ່ວໂມງເຮັດວຽກທາງລັດຖະການລົງ 44 ຊົ່ວໂມງ/ອາທິດ

      ສະຫະພັນໃຫຍ່ແຮງງານຫວຽດນາມ ສະເໜີໃຫ້ພິຈາລະນາຫຼຸດຊົ່ວໂມງເຮັດວຽກປົກກະຕິຂອງຜູ້ອອກແຮງງານຈາກ “48 ຊົ່ວໂມງ/ອາທິດລົງເຫຼືອພຽງ “44 ຊົ່ວໂມງ/ອາທິດ”.

ສະຫະພັນໃຫຍ່ແຮງງານຫວຽດນາມ ສະເໜີຫຼຸດຊົ່ວໂມງເຮັດວຽກທາງລັດຖະການລົງ 44 ຊົ່ວໂມງ/ອາທິດ
(ພາບປະກອບ)
      ນີ້ແມ່ນຂໍ້ມູນຂ່າວສານທີ່ການຕອບຄຳສຳພາດຕໍ່ສື່ມວນຊົນກ່ຽວກັບບັນດາຂໍ້ສະເໜີໃຫຍ່ຂອງສະຫະພັນໃຫຍ່ແຮງງານຫວຽດນາມ ໃນຮ່າງກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ), ໃນວັນທີ 17 ກັນຍາ.
        ຕາມຕົວເລກຂອງອົງການແຮງງານສາກົນ (ILO) ແລ້ວ, ປະຈຸບັນ ຫວຽດນາມ ມີເວລາເຮັດວຽກປົກກະຕິຕໍ່ອາທິດ, ຕໍ່ປີ ແມ່ນນອນໃນກຸ່ມປະເທດໃຊ້ເວລາເຮັດວຽກຫຼາຍທີ່ສຸດໃນໂລກ. ສະນັ້ນ, ເລື່ອງຫຼຸດຊົ່ວໂມງເຮັດວຽກລົງ, ເພີ່ມເວລາພັກຜ່ອນແມ່ນບັນຫາພວມໄດ້ຮັບຄວາມສົນໃຈເປັນພິເສດຈາກກຳມະບານຫວຽດນາມ ທຸກຂັ້ນ ໃນວິວັດການປັບປຸງກົດໝາຍວ່າດ້ວຍແຮງງານ. ສະຫະພັນໃຫຍ່ແຮງງານຫວຽດນາມ ສະເໜີໃຫ້ພິຈາລະນາເລື່ອງຫຼຸດຊົ່ວໂມງເຮັດວຽກລົງໃນຈຸດເວລານີ້ແມ່ນຈຳເປັນ ແລະ ມີບ່ອນອີງ.
 (ແຫຼ່ງຄັດຈາກ VOV)

top