ຂ່າວສານ

ສະຫະພັນບານເຕະ ອາຊີ ສົ່ງຄຳອວຍພອນເຖິງບານເຕະ ຫວຽດນາມ

ທ່ານປະທານສະຫະພັນບານເຕະ ອາຊີ (AFC) Salaman bin Ebrahim Al Khalifa ໄດ້ສົ່ງຈົດໝາຍມາອວຍພອນ ແລະ ຢືນຢັນວ່າ ນີ້ແມ່ນສັນຍານຕັ້ງໜ້າໃຫ້ແກ່ບານເຕະໂລກກັບຄືນມາໃໝ່.
  ພິທີເປີດ SEA Games 31 (ພາບ: TTXVN)  

 ຕໍ່ໜ້າຜົນງານຂອງບັນດາທິມບານເຕະຊາຍ ແລະ ຍິງຂອງ ຫວຽດນາມ ທີ່ຄວ້າໄດ້ຫຼຽນຄຳຢູ່ SEA Games 31, ທ່ານປະທານສະຫະພັນບານເຕະ ອາຊີ (AFC) Salaman bin Ebrahim Al Khalifa ໄດ້ສົ່ງຈົດໝາຍມາອວຍພອນ ແລະ ຢືນຢັນວ່າ ນີ້ແມ່ນສັນຍານຕັ້ງໜ້າໃຫ້ແກ່ບານເຕະໂລກກັບຄືນມາໃໝ່.

ນອກນັ້ນ, ທ່ານປະທານສະຫະພັນບານເຕະ ລາວ ວິເພັດ ສີຫາຈັກ ແລະ ທ່ານປະທານສະຫະພັນບານເຕະ ມຽນມາ Zaw Zaw ກໍ່ສົ່ງຈົດໝາຍມາອວຍພອນ ແລະ ຂອບໃຈການຕ້ອນຮັບຢ່າງສຸດຈິດສຸດໃຈຂອງຄະນະຈັດຕັ້ງ SEA Games 31 ສະຫະພັນບານເຕະ ຫວຽດນາມ ໃນໄລຍະທິມບານເຕະຊາຍ-ຍິງຂອງ 2 ປະເທດນີ້ເຂົ້າຮ່ວມການແຂ່ງຂັນຢູ່ ຫວຽດນາມ ແລະ ຢືນຢັນຜົນສຳເລັດຂອງ SEA Games 31 ຂອງທຸກທິມກິລາ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງທຸກສະມາຊິກ ແລະ ສະຫະພັນບານເຕະ ຫວຽດນາມ ໃນວິວັດການນຳປະເພດກິລາບານເຕະ ຫວຽດນາມ ພັດທະນາ.

ສ່ວນປະທານສະຫະພັນກິລາບານຕະ ຊະອຸດີ ອາຣັບເບຍ ກໍ່ສົ່ງຈົດໝາຍອວຍພອນເຖິງບັນດາທິມບານເຕະ ຫວຽດນາມ ຢູ່ SEA Games 31, ພ້ອມທັງຢືນຢັນຄວາມຖືກຕ້ອງໃນການກຳນົດທິດຂອງສະຫະພັນບານເຕະ ຫວຽດນາມ, ກໍຄືຕີລາຄາສູງການລົງທຶນຂອງກິລາບານເຕະ ຫວຽດນາມ ສຳລັບບານເຕະຊາຍ ແລະ ບານເຕະຍິງໃນໄລຍະຜ່ານມາ.


top