ຂ່າວສານ

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ພົບປະກັບຄະນະບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈັດການພົບປະສັງສັນກັບຄະນະຜູ້ແທນບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2023 - 2026 ກ່ອນທີ່ເດີນທາງໄປປະຕິບັດງານຢູ່ຕ່າງປະເທດ
  ບັນດາຜູ້ແທນເຂົ້າຮ່ວມການເຮັດວຽກ (ພາບ:Nguyễn Hồng/baoquocte.vn)  

ຕອນເຊົ້າວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈັດການພົບປະສັງສັນກັບຄະນະຜູ້ແທນບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2023 - 2026 ກ່ອນທີ່ເດີນທາງໄປປະຕິບັດງານຢູ່ຕ່າງປະເທດ. ທີ່ການພົບປະ, ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫວັງວ່າ ການເຄື່ອນໄຫວຮ່ວມມືລະຫວ່າງສະຫະພັນ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ ຈະນັບມື້ນັບແໜ້ນແຟ້ນ, ວຽກງານການສົມທົບກັນນັບມື້ນັບມີປະສິດທິຜົນ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ກັບປະເທດຕ່າງໆ, ພ້ອມທັງຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ.

ຄະນະບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2023 – 2026 ລວມມີ 16 ທ່ານ, ຮັບຜິດຊອບວຽກງານຢູ່ 48 ປະເທດ, ໃນນັ້ນ, ມີບັນດາປະເທດແມ່ນຄູ່ຮ່ວມມືໃຫຍ່ມີການພົວພັນເປັນມູນເຊື້ອກັບ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີ ການຕ່າງປະເທດ ຟ້າມກວາງຮ້ຽວ ສະເໜີເພີ່ມທະວີການສົມທົບລະຫວ່າງສະຫະພັນ ແລະ ບັນດາອົງການຜູ້ຕາງໜ້າໃຫ້ແໜ້ນປຟ້ນກ່ວາອີກ, ຈາກນັ້ນດຳເນີນບັນດາການເຄື່ອນໄຫວພົວພັນແລກປ່ຽນ, ມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ ກັບປະຊາຊົນປະເທດຕ່າງໆ; ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນທາງການທູດລະຫວ່າງ ຫວຽດນາມ ກັບປະເທດຕ່າງໆໃນໂລກ.


top