ຂ່າວສານ

ສະຫະປະຊາຊາດຮຽກຮ້ອງໃຫ້ຝ່າຍຕ່າງໆຢູ່ລີບີ ຈົ່ງຢຸດຕິການເຄື່ອນໄຫວດ້ານການທະຫານເພື່ອຄວບຄຸມໂລກພະຍາດໂຄວິດ-19

      UNSMIL ໄດ້ຮຽກຮ້ອງໃຫ້ກຳລັງດ້ານການທະຫານຢູ່ທາງທິດຕາເວັນອອກ ລີບີ ຈົ່ງຢຸດຕິທຸກການເຄື່ອນໄຫວດ້ານການທະຫານ ເພື່ອຮັບມືກັບໂລກລະບາດ.

(ພາບປະກອບ: THX/TTXVN)
      ວັນທີ 19 ມີນາ, ຄະນະປະຕິບັດງານໜູນຊ່ວຍຂອງສະຫະປະຊາຊາດຢູ່ລີບີ (UNSMIL) ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ເຂົ້າຮ່ວມການສູ້ຮົບຢູ່ ລີບີ ຈົ່ງຢຸດຕິການເຄື່ອນໄຫວດ້ານການທະຫານ ແລະ ຮ່ວມມືກັນເພື່ອປົກປ້ອງໃຫ້ ລີບີ ຫຼຸດພົ້ນອອກຈາກຜົນຮ້າຍທີ່ຮ້າຍແຮງຈາກໂລກພະຍາດໂຄວິດ-19. UNSMIL ໄດ້ຮຽກຮ້ອງໃຫ້ກຳລັງດ້ານການທະຫານຢູ່ທາງທິດຕາເວັນອອກ ລີບີ ຈົ່ງຢຸດຕິທຸກການເຄື່ອນໄຫວດ້ານການທະຫານ ເພື່ອຮັບມືກັບໂລກລະບາດ. ພ້ອມກັນນັ້ນ, UNSMIL ກໍ່ຊົມເຊີຍປະຕິກິລິຍາຕັ້ງໜ້າຂອງລັດຖະບານໂດຍສະຫະປະຊາຊາດໜູນຫຼັງ ກັບບັນດາຄຳຮຽກຮ້ອງຂອງປະຊາຄົມສາກົນ ກ່ຽວກັບເລື່ອງຢຸດຕິເພື່ອມະນຸດສະທຳໃນທັນທີ ເພື່ອອະນຸຍາດໃຫ້ບັນດາເຈົ້າໜ້າທີ່ ລີບີ ມີປະຕິກິລິຍາໂດຍດ່ວນຕໍ່ໄພນາບຂູ່ຈາກໂລກພະຍາດໂຄວິດ-19 ຢູ່ປະເທດນີ້.
 (ແຫຼ່ງຄັດຈາກ VOV)


top