ຂ່າວສານ

ສະຫະປະຊາຊາດຮຽກຮ້ອງສາກົນຫນູນຊ່ວຍການປະຕິບັດຂໍ້ຕົກລົງສັນຕິພາບຢູ່ສາທາລະນະລັດອາຟຼິກາກາງ

ວັນທີ 2 ກຸມພາ, ສປຊາ ໄດ້ຮຽກຮ້ອງການຫນູນຊ່ວຍຂອງປະຊາຄົມສາກົນ ປະກອບສ່ວນຊຸກຍູ້ການປະຕິບັດຂໍ້ຕົກລົງສັນຕິພາບຫາກໍ່ບັນລຸໄດ້ລະຫວ່າງ ລັດຖະບານ ສ. ອາຟຼິກາ ກາງ ກັບ 14 ກຸ່ມປະກອບອາວຸດຢູ່ປະເທດນີ້.

ທ່ານ Jean Pierre Lacroix  ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບການເຄື່ອນໄຫວສັນຕິພາບ ໄດ້ຮຽກຮ້ອງ ພາຍຫລັງຂໍ້ຕົກລົງນີ້ໄດ້ຮັບການລົງນາມ ໂລກ ຈົ່ງພ້ອມກັນເຄື່ອນໄຫວເພື່ອປະຕິບັດຂໍ້ຕົກລົງດັ່ງກ່າວຢ່າງມີປະສິດທິຜົນ

ທ່ານ Firmin Ngrebad ຫົວຫນ້າຄະນະເຈລະຈາຂອງລັດຖະບານ ສ. ອາຟຼິກາ ກາງ ສະແດງຄວາມຕັດສິນໃຈໃນການລົບລ້າງບັນດາຄວາມລະແວງສົງໃສຂອງບັນດາກຸ່ມປະກອບອາວຸດເຂົ້າຮ່ວມຂໍ້ຕົກລົງ ແລະ ເນັ້ນຫນັກເຖິງການສະຫນັບສະຫນູນຂອງປະຊາຊົນປະເທດນີ້ສຳລັບຂໍ້ຕົກລົງ ຈະອະນຸຍາດໃຫ້ “ສ. ອາຟຼິກາ ກາງ ເຂົ້າຮ່ວມເສັ້ນທາງໄກ່ເກ່ຍປອງດອງ ແລະ ພັດທະນາ”.

(ແຫຼ່ງຄັດຈາກ VOV)


top