ຂ່າວສານ

ສະຫະປະຊາຊາດມີຄວາມວິຕົກກັງວົນຕໍ່ສະພາບຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ທິດຕາເວັນຕົກພາກໃຕ້ຊີຣີ

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ທິດຕາເວັນຕົກພາກໃຕ້ຊີຣີ.


ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

(ພາບ: THX/TTXVN)

ໃນຖະແຫຼງການວັນທີ 22 ມິຖຸນາ, ໂຄສົກຂອງເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Stephane Dujarric ເນັ້ນໜັກວ່າ, ບັນດາເຫດບຸກໂຈມຕີທັງທາງບົກ ແລະ ທາງອາກາດ ໄດ້ເຮັດໃຫ້ສາມັນຊົນນັບພັນຄົນຕ້ອງຖືກຍົກຍ້າຍ, ໃນນັ້ນສ່ວນຫຼາຍພວມເຄື່ອນຫຍ້າຍມຸ່ງໄປເຖິງເຂດຊາຍແດນ ຈໍແດນ.

      ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກໍ່ສະແດງຄວາມວິຕົກກັງວົນຕໍ່ບັນດາການປະທະກັນ ຈະເກີດໄພອັນຕະລາຍຢ່າງໃຫຍ່ຫຼວງເຖິງຄວາມສະຫງົບຢູ່ພາກພື້ນ. ສະຫະປະຊາຊາດຮຽກຮ້ອງໃຫ້ຢຸດຕິງການປິນຂັ້ນໄດດ້ານການທະຫານຄືໃນປະຈຸບັນໃນທັນທີ, ກະຕຸກຊຸກຍູ້ບັນດາຝ່າຍເຄົາລົບບັນດາຄຳໝັ້ນສັນຍາຕາມກົດໝາຍສາກົນ, ກົດໝາຍວ່າດ້ວຍມະນຸດສະທຳສາກົນ ໃນນັ້ນມີການປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນ.

(ແຫຼ່ງຄັດຈາກ VOV)



top