ຂ່າວສານ

ສະຫະປະຊາຊາດຕີລາຄາສູງຕໍ່ການປະກອບສ່ວນຂອງ ຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບ

      ທ່ານ Jean Pierre Lacroix ຢາກໃຫ້ ຫວຽດນາມ ສືບຕໍ່ເພີ່ມທະວີການປະກອບສ່ວນໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດຕື່ມອີກ
ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບການເຄື່ອນໄຫວສັນຕິພາບ Jean Pierre Lacroix
(ພາບປະກອບ: AP)
      ວັນທີ 02 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ພົບປະ, ເຂົ້າຢ້ຽມອຳລາທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບການເຄື່ອນໄຫວສັນຕິພາບ Jean Pierre Lacroix ເນື່ອງໃນໂອກາດຈະສິ້ນສຸດອາຍຸການ.
        ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ Jean Pierre Lacroix ຕີລາຄາສູງຕໍ່ການເຂົ້າຮ່ວມ, ການປະກອບສ່ວນຂອງ ຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ພິເສດແມ່ນການປະກອບສ່ວນຂອງ ຫວຽດນາມ ຕໍ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້ ກໍ່ຄືຍົກສູງການເຂົ້າຮ່ວມຂອງເພດຍິງໃນການຮັກສາສັນຕິພາບສະຫະປະຊາຊາດ.
        ທ່ານ Jean Pierre Lacroix ຢາກໃຫ້ ຫວຽດນາມ ສືບຕໍ່ເພີ່ມທະວີການປະກອບສ່ວນໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດຕື່ມອີກ; ສະໜັບສະໜູນ ຫວຽດນາມ ເປີດກວ້າງການເຄື່ອນໄຫວ ນັບທັງຄະນະປະຕິບັດງານ, ຮູບແບບ ແລະ ຂົງເຂດ, ທັງກຳລັງການທະຫານ ແລະ ຕຳຫຼວດ, ສືບຕໍ່ເພີ່ມການເຂົ້າຮ່ວມຂອງເພດຍິງ, ເປີດກວ້າງການເຂົ້າຮ່ວມຂອງພະນັກງານທີ່ນຳໃຊ້ພາສາຝລັ່ງ ໃນກຳລັງຮັກສາສັນຕິພາບ.
        ສ່ວນທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ກໍ່ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນໃນນາມສ່ວນຕົວຂອງທ່ານ Jean Pierre Lacroix ທີ່ມີຕໍ່ການເຂົ້າຮ່ວມຂອງ ຫວຽດນາມ ໃນຂົງເຂດນີ້, ໂດຍສະເພາະແມ່ນໃນການຊຸກຍູ້ການເຄື່ອນໄຫວຮ່ວມມືບຳລຸງກໍ່ສ້າງ, ຝຶກອົບຮົມ, ແບ່ງປັນປະສົບການກ່ຽວກັບການຜັນຂະຫຍາຍກຳລັງຮັກສາສັນຕິພາບ. ທ່ານ ດັ້ງດິ່ງກຸຍ ຢັ້ງຢືນວ່າ, ຫວຽດນາມ ຈະມານະພະຍາມຍາມເພີ່ມທະວີ, ປະກອບສ່ວນໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບກວ່າອີກ.
(ແຫຼ່ງຄັດຈາກ VOV)


top