ຂ່າວສານ

ສະຫະປະຊາຊາດຊົມເຊີຍ ລັດເຊຍ ແລະ ອາເມລິກາ ຕໍ່ກຳນົດເວລາ New START

      ຂໍ້ຕົກລົງຂອງ ລັດເຊຍ ແລະ ອາເມລິກາ ກ່ຽວກັບການຕໍ່ກຳນົດເວລາ New STATR ແລະ ດຳເນີນການເຈລະຈາຍຸດທະສາດ ແມ່ນບັນດາບາດກ້າວເດີນທີ່ເປັນຫນ້າຊົມເຊີຍ.
ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ. (ພາບ:Reuters)
      ວັນທີ 26 ກັນຍາ, ໃນສານສະບັບຫນຶ່ງເນື່ອງໃນໂອກາດ ວັນສາກົນລົບລ້າງອາວຸດນິວເຄຼຍ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ສະແດງຄວາມຊົມເຊີຍຂໍ້ຕົກລົງຂອງລັດເຊຍ ແລະ ອາເມລິກາ ກ່ຽວກັບການຕໍ່ກຳນົດເວລາ ສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະຍາດໃຫມ່ (New START).
      ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ເນັ້ນຫນັກວ່າ: ໃນຂະນະທີ່ຈຳນວນອາວຸດນິວເຄຼຍ ໄດ້ຫລຸດລົງໃນຫລາຍທົດສະວັດ ແຕ່ຍັງຄົງມີປະເທດພວມປັບປຸງສາງອາວຸດນິວເຄຼຍຂອງຕົນ. ນີ້ແມ່ນສັນຍານເປັນຫນ້າວິຕົກກັງວົນກ່ຽວກັບການຊ່ວງເສັງອາວຸດໃຫມ່.  ຂໍ້ຕົກລົງຂອງ ລັດເຊຍ ແລະ ອາເມລິກາ ກ່ຽວກັບການຕໍ່ກຳນົດເວລາ New STATR ແລະ ດຳເນີນການເຈລະຈາຍຸດທະສາດ ແມ່ນບັນດາບາດກ້າວເດີນທີ່ເປັນຫນ້າຊົມເຊີຍ.
 (ແຫຼ່ງຄັດຈາກ VOV)


top