ຂ່າວສານ

ສະຫະປະຊາຊາດກ່າວເຕືອນວ່າຈະມີຊາວ ໂຊມາລີ ຢືນຢູ່ຕໍ່ໜ້າຄວາມສ່ຽງຕາຍອຶດຕາຍຫິວ

ມີປະຊາຊົນທີ່ພວມອາໄສຢູ່ ໂຊມາລີ ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຕາຍອຶດຕາຍຫິວ, ໃນນັ້ນແມ່ນເດັກນ້ອຍມີຄວາມສ່ຽງສູງກວ່າເພິ່ນ ຕໍ່ໜ້າໄພແຫ້ງແລ້ງທີ່ນັບມື້ນັບຮ້າຍແຮງກວ່າຢູ່ປະເທດ ອາຟະລິກາ ນີ້.
  ເດັກນ້ອຍມີຄວາມສ່ຽງສູງກວ່າເພິ່ນ ຕໍ່ໜ້າໄພແຫ້ງແລ້ງທີ່ນັບມື້ນັບຮ້າຍແຮງກວ່າ (ພາບ: AFP/TTXVN)  

 ວັນທີ 12 ເມສາ, ບັນດາອົງການຂອງສະຫະປະຊາຊາດລວມມີ: ອົງການອາຫານ ແລະ ການກະເສດ (FAO), ກອງທຶນທັນຍາຫານໂລກ (WFP), ຫ້ອງວ່າການປະສານງານບັນດາບັນຫາມະນຸດສະທຳ (OCHA) ແລະ ກອງທຶນເພື່ອເດັກສະຫະປະຊາຊາດ (UNICEF) ໄດ້ອອກຖະແຫຼງການກ່າວເຕືອນວ່າ ມີປະຊາຊົນທີ່ພວມອາໄສຢູ່ ໂຊມາລີ ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຕາຍອຶດຕາຍຫິວ, ໃນນັ້ນແມ່ນເດັກນ້ອຍມີຄວາມສ່ຽງສູງກວ່າເພິ່ນ ຕໍ່ໜ້າໄພແຫ້ງແລ້ງທີ່ນັບມື້ນັບຮ້າຍແຮງກວ່າຢູ່ປະເທດ ອາຟະລິກາ ນີ້.

ຖະແຫຼງການຮ່ວມຂອງບັນດາອົງການໄດ້ເນັ້ນໜັກວ່າ ໂຊມາລີ ພວມປະເຊີນໜ້າກັບໄພອຶດຫິວຍ້ອນຝົນບໍ່ຕົກ, ລາຄາທັນຍາຫານເພິ່ມຂຶ້ນສູງ, ຂາດແຫຼ່ງກຳລັງອຸປະຖຳ ເຊິ່ງເຮັດໃຫ້ປະຊາຊົນເກືອບ 40% (ເທົ່າກັບ 6 ລ້ານຄົນ) ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຕາຍອຶດຕາຍຫິວ. ຢູ່ຫຼາຍແຫ່ງພວມແຫ້ງແລ້ງ ແລະ ໃນສະພາບການດັ່ງກ່າວນີ້ກໍ່ສົ່ງຜົນສະທ້ອນເຖິງບັນດາປະເທດໃນພາກພື້ນຄື Ethiopia ແລະ Kenya.



top