ຂ່າວສານ

ສະຫະປະຊາຊາດ ຄັດຄ້ານເລື່ອງ ອິດສະຣາແອັນ ຢຸດຕິບັນດາກຸ່ມອຸປະຖຳຢູ່ເຂດ ກາຊາ

ຕາມສະຫະປະຊາຊາດແລ້ວ, ຈຳນວນເຄື່ອງອຸປະຖຳທີ່ໄດ້ນຳເຂົ້າເຂດ ກາຊາ ໃນປະຈຸບັນແມ່ນຍັງບໍ່ທັນພຽງພໍເທື່ອ.
ກະຊວງຊາວຕ່າງດ້າວ ແລະ ຕ້ານລັດທິລົບລ້າງຊາວ ຢິວ (MDA) ຂອງ ອິດສະຣາແອັນ ກ່າວເຕືອນວ່າ ຈະຢຸດຕິການເຄື່ອນໄຫວຂອງອົງການກູ້ໄພກູ້ຊີບຢູ່ເຂດ ກາຊາ ຈຳນວນໜຶ່ງ (ພາບປະກອບ: REUTERS/Dawoud Abu Alkas)

ວັນທີ 31 ທັນວາ, ທ່ານ Volker Turk, ຂ້າຫຼວງໃຫຍ່ສະຫະປະຊາຊາດ ໄດ້ພັນລະນາຄຳນາບຂູ່ຂອງ ອິດສະຣາແອັນ ກ່ຽວກັບການຢຸດຕິການເຄື່ອນໄຫວຂອງນັບສິບກຸ່ມອຸປະຖຳຢູ່ ກາຊາ ນັບແຕ່ວັນທີ 01 ມັງກອນ 2026 ແມ່ນ “ໄຮ້ເຫດຜົນ”, ພ້ອມກັນນັ້ນ ກໍ່ຮຽກຮ້ອງໃຫ້ບັນດາປະເທດຮີບເຮັ່ງຮຽກຮ້ອງໃຫ້ ອິດສະຣາແອັນ ປ່ຽນແປງທິດເດີນ.

ກ່ອນໜ້ານັ້ນ, ວັນທີ 30 ທັນວາ, ກະຊວງຊາວຕ່າງດ້າວ ແລະ ຕ້ານລັດທິລົບລ້າງຊາວ ຢິວ (MDA) ຂອງ ອິດສະຣາແອັນ ກ່າວເຕືອນວ່າ ຈະຢຸດຕິການເຄື່ອນໄຫວຂອງອົງການກູ້ໄພກູ້ຊີບຢູ່ເຂດ ກາຊາ ຈຳນວນໜຶ່ງ ນັບແຕ່ເດືອນ ມັງກອນ 2026 ຍ້ອນບໍ່ສະໜອງຂໍ້ມູນລະອຽດກ່ຽວກັບຖັນແຖວພາລະກອນຊາວ ປາແລັດສະຕິນ, ພ້ອມກັນນັ້ນ ກໍ່ກ່າວຫາພາລະກອນ 2 ຄົນຂອງອົງການມະນຸດສະທຳ ທ່ານໝໍບໍ່ມີພົມແດນ (MSF) ມີສ່ວນກ່ຽວຂ້ອງເຖິງບັນດາກຸ່ມທະຫານກະບົດ.

ຕາມສະຫະປະຊາຊາດແລ້ວ, ຈຳນວນເຄື່ອງອຸປະຖຳທີ່ໄດ້ນຳເຂົ້າເຂດ ກາຊາ ໃນປະຈຸບັນແມ່ນຍັງບໍ່ທັນພຽງພໍເທື່ອ.


top