ຂ່າວສານ

ສະຫລຸບວຽກງານຄວາມເປັນລະບຽບຮຽບຮ້ອຍທາງຄົມມະນາຄົມປີ 2017

      ຕອນເຊົ້າວັນທີ 03 ມັງກອນ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ, ປະທານຄະນະກຳມະການຄວາມປອດໄພຄົມມະນາຄົມແຫ່ງຊາດ ຫວຽດນາມ.

 ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ (ພາບ: VGP)
      ເປັນປະທານກອງປະຊຸມໂດຍກົງທາງອິນເຕີແນັດທົ່ວປະເທດ ສະຫລຸບວຽກງານຄວາມເປັນລະບຽບຮຽບຮ້ອຍປອດໄພທາງຄົມມະນາຄົມປີ 2017 ແລະ ທິດທາງ, ໜ້າທີ່ປີ 2018. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຕີລາຄາບັນດາການຫັນປ່ຽນກ່ຽວກັບວຽກງານຄວາມເປັນລະບຽບຮຽບຮ້ອຍທາງຄົມມະນາຄົມໃນປີຜ່ານມາ, ພ້ອມທັງ ຊີ້ແຈ້ງບັນດາຂໍ້ຄົງຄ້າງທີ່ກໍ່ໃຫ້ເກີດອຸບັດຕິເຫດ, ເປັນຕົ້ນແມ່ນອຸບັດຕິເຫດເກີດຂຶ້ນຢ່າງຮ້າຍແຮງຢູ່ທາງລົດໄຟ, ທາງນ້ຳ ແລະ ທາງບົກ.
        ແລະກໍ່ໃນຕອນເຊົ້າວັນທີ 03 ມັງກອນ, ທີ່ຮ່າໂນ້ຍ, ຄະນະກຳມະການຄວາມປອດໄພຄົມມະນາຄົມແຫ່ງຊາດ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງພິທີປຸກລະດົມປີປອດໄພຄົມມະນາຄົມ 2018 ແລະ ໄລຍະຈຸດສູງຮັບປະກັນຄວາມສະຫງົບປອດໄພຄົມມະນາຄົມໃນບຸນປີໃໝ່ປະຈຳຊາດປີຈໍ ແລະ ງານບຸນລະດູບານໃໝ່ 2018. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຮຽກຮ້ອງຄະນະກຳມະການຄວາມປອດໄພຄົມມະນາຄົມແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ໝູ່ຄະນະ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງຈົ່ງ ຊາບຊຶມ ແລະ ຈັດຕັ້ງປະຕິບັດບັນດາໝວດໜ້າທີ່ຈຸດສຸມໃນປີ 2018 ຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

top