ຂ່າວສານ

“ສະຫນາມເດັກຫລິ້ນແຫ່ງການເຊື່ອມຕົວ” ນຳມາເຊິ່ງຄວາມເບີກບານມ່ວນຊື່ນໃຫ້ແກ່ເດັກພິການ

“ສ້າງຄວາມຝັນ” ນັ້ນແມ່ນກຸ່ມອາສາສະໝັກ, ໂດຍອອກແບບ ແລະ ກໍ່ສ້າງເຂດລະຫລິ້ນໃຫ້ແກ່ເດັກທຸກຍາກ ແລະ ເດັກພິການຢູ່ທຸກແຖບຖິ່ນຂອງປະເທດຊາດ ນັບແຕ່ປີ 2017. “ສະຫນາມເດັກຫລິ້ນແຫ່ງການເຊື່ອມຕົວ” ແມ່ນບາດກ້າວບຸກທະລຸຫລ້າສຸດຂອງກຸ່ມ ແມ່ນຂໍ້ລິເລີ່ມຫນູນຊ່ວຍການເຊື່ອມຕົວການລະຫລິ້ນໃຫ້ແກ່ເດັກພິການ. ຈາກຢາງລົດເກົ່າທີ່ຄິດວ່າຈະຖິ້ມແລ້ວ, ກຸ່ມໄດ້ນຳເອົາມານຳໃຊ້ຄືນ ຕາມວິທີການທີ່ພິເສດສ້າງເປັນສະຫນາມເດັກຫລິ້ນໃນຄວາມຝັນໃຫ້ແກ່ເດັກພິການ.
  ສະຫນາມເດັກຫລິ້ນ ແມ່ນຂອງຂວັນອັນແທດຈິງສຳລັບເດັກນ້ອຍ  

ກາງເດືອນ ເມສາ ປີນີ້, “ສະຫນາມເດັກຫລິ້ນແຫ່ງການເຊື່ອມຕົວ” ແມ່ນກິດຈະກຳທຳອິດຂອງໂຄງການກໍ່ສ້າງສະຫນາມຫລິ້ນໃຫ້ແກ່ເດັກພິການ ໂດຍແມ່ນບັນດາສະມາຊິກໃນກຸ່ມດັ່ງກ່າວໄດ້ຜັນຂະຫຍາຍຕິດຕັ້ງຢູ່ ກຸ່ມຊຸມຊົນ 11 ຕາແສງ ດົ່ງມາຍ ເມືອງ ຮ່າດົງ ນະຄອນ ຮ່າໂນ້ຍ. ຈາກວັດສະດຸເກົ່າ, ລະບາຍອອກສູ່ສິ່ງແວດລ້ອມຄື: ຢາງລົດ, ແຜ່ນໄມ້, ໄມ້ພາເລດ ພ້ອມກັບການມີຫົວຄິດປະດິດສ້າງ ແລະ ສີມືອັນຄ່ອງແຄ້ວ, ບັນດາສະມາຊິກຂອງກຸ່ມ “ສ້າງຄວາມຝັນ” ໄດ້ຕິດຕັ້ງອຸປະກອນຢ່າງລະອຽດເພື່ອສ້າງເຄື່ອງຫລິ້ນໃຫ້ເດັກນ້ອຍ.

“ສະຫນາມເດັກຫລິ້ນແຫ່ງການເຊື່ອມຕົວ” ແມ່ນສະຫນາມເດັກຫລິ້ນທີ່ໄດ້ແປຮູບຄືນໃຫມ່ຈາກວັດສະດຸເສດເຫລືອ ດ້ວຍການອອກແບບພິເສດທີ່ມີຫົວຂໍ້ເປັນການເຊື່ອມຕົວ, ບັນດາອຸປະກອນຢູ່ສະຫນາມຫລິ້ນໄດ້ຮັບການປະຕິບັດຕາມທິດນຳໃຊ້ຢ່າງສະດວກທີ່ສຸດເພື່ອໃຫ້ຄົນພິການສາມາດເຂົ້າຮ່ວມການລະຫລິ້ນໄດ້. ສະຫນາມຫລິ້ນລວມມີ 6 ໂມດູນພິເສດຄື: ຊິງຊ້າສຳລັບລົດເຂັນ, ກະດິ່ງລົມສຳລັບຄົນພິການທາງສາຍຕາ, ຄານຊົງຕົວ, ຕະລູດ... ບັນດາອຸປະກອນລະຫລິ້ນລ້ວນແຕ່ເຮັດຈາກວັດສະດຸເສດເຫລືອຄື: ຢາງລົດເກົ່າ, ກະຟຸຍ, ໄມ້, ເຫລັກ…ນຳມາຜະລິດຄືນໃຫມ່ ໂດຍຮັບປະກັນຄວາມປອດໄພເມື່ອນຳໃຊ້ເຄື່ອນໄຫວ ແລະ ມີສານທີ່ວ່າ ປົກປັກຮັກສາສິ່ງແວດລ້ອມຫລຸດຜ່ອນສິ່ງເສດເຫລືອ ມາສູ່ວົງຄະນາຍາດ. ອ້າຍ ເລຮ່ວາຍນາມ, ຫົວຫນ້າກຸ່ມສ້າງຄວາມຝັນ ໃຫ້ຮູ້ວ່າ:

ກ່ອນນີ້ ກຸ່ມຂ້າພະເຈົ້າໄດ້ກໍ່ສ້າງສະຫນາມເດັກຫລິ້ນຫລາຍແຫ່ງແຕ່ມີເທື່ອນຶ່ງມີຜູ້ນຶ່ຖາມວ່າ ກຸ່ມເຮັດຄືແນວນີ້ແມ່ນເໝາະສົມກັບຄົນພິການໃນການລະຫລິ້ນຫລືບໍ່ສິ່ງນີ້ເຮັດໃຫ້ພວກຂ້າພະເຈົ້າຄິດ ແລະ ຫລັງຈາກນັ້ນ ໄດ້ຊອກຮູ້ວິທີອອກແບບການລະຫລິ້ນຢ່າງເໝາະສົມກັບຄົນພິການສະຫນາມເດັກຫລິ້ນແຫ່ງນີ້ແມ່ນ ສະຫນາມເດັກຫລິ້ນແຫ່ງການເຊື່ອມຕົວ”, ມີບາງການລະຫລິ້ນແມ່ນສະຫງວນສະເພາະຄົນພິການໂດຍມີ ຊິງຊ້າ, ຄານຊົງຕົວ....

ຄວາມມານະພະຍາຍາມຂອງກຸ່ມໄດ້ຫັນຄວາມຝັນຢາກມີສະຫນາມເດັກຫລິ້ນ “ສີຂຽວ”, ປອດໄພໃຫ້ແກ່ເດັກພິການ ປະກົດຜົນເປັນຈິງ ແລະ ໄດ້ຮັບການສະຫນັບສະຫນູນຈາກວົງຄະນະຍາດ.

          ພວກເພື່ອນນຸ່ມແມ່ນມີຄວາມສຸດຈິດສຸດໃຈຕັ້ງໝັ້ນກັບວຽກງານຂອງຕົນ ແລະ ຍາມໃດກໍ່ຢາກກໍ່ສ້າງສະຫນາມເດັກຫລິ້ນຫລາຍໆແຫ່ງໃຫ້ແກ່ເດັກຢູ່ຕາແສງອື່ນອີກ ຫາກບໍ່ພຽງແຕ່ຢູ່ ຕາແສງ ດົ່ງມາຍ ເທົ່ານັ້ນ ເພື່ອຢາກໃຫ້ເດັກໆຢູ່ຫລາຍແຫ່ງລ້ວນແຕ່ມີໂອກາດໄດ້ເຂົ້າຮ່ວມການລະຫລິ້ນ

ດີໃຈຫລາຍມີສະຫນາມເດັກຫລິ້ນທີ່ມີປະໂຫຍດໃຫ້ແກພວຫລານຍາມບ່າຍວັນເສົາວັນອາທິດພວກຫລານມານີ້ເຂົ້າຮ່ວມການລະຫລິ້ນດ້ວຍຄວາມເບີກບານມ່ວນຊື່ນສະຫນາມເດັກຫລິ້ນນີ້ ທັງຮັບໃຊ້ເດັກທົ່ວໄປ ແລະ ເດັກພິການ.

ກຸ່ມ “ສ້າງຄວາມຝັນ” ບໍ່ພຽງແຕ່ສຸມໃສ່ກໍ່ສ້າງສະຫນາມຫລິ້ນເທົ່ານັ້ນ ຫາກຍັງຈັດຕັ້ງການເຄື່ອນໄຫວຫລາຍຢ່າງທີ່ມີປະໂຫຍດໃຫ້ແກ່ເດັກນ້ອຍຄື: ການຕັດຜົມ, team building ແລະ ຮ້ອງລຳທຳເພງເມື່ອມີເວລາຫວ່າງ ສະນັ້ນ ພວກນ້ອງນ້ອຍກໍ່ມີຄວາມປິຕິຊົມຊື່ນຫລາຍ. ສະມາຊິກໃນກຸ່ມແບ່ງປັນວ່າ:

 “ເຂົ້າຮ່ວມປະຕິບັດການກໍ່ສ້າງສະຫນາມເດັກຫລິ້ນ ໄດ້ເຫັນພວກນ້ອງນ້ອຍມີຄວາມຍິ້ມແຍ້ມແຈ່ມໃສໄດ້ຍິນສຽງຫົວຂອງພວກນ້ອງຊ່ວຍເຫລືອພວກນ້ອງຢູ່ບ່ອນທຸກຍາກຄືແນວນີ້ ຂ້າພະເຈົ້າຮູ້ສຶກດີໃຈຫລາຍຢາກເຮັດວຽກກັບກຸ່ມໃຫ້ດົນໆກວ່າອີກ.

ຂະບວນວິວັດການນຳເອົາສະຫນາມຫລິ້ນມາໃຫ້ເດັກນ້ອຍຢູ່ທຸກແຖບຖິ່ນຂອງປະເທດຊາດແມ່ນໄດ້ເລີ່ມເຄື່ອນໄຫວແຕ່ປີ 2017 ແລະ ໄດ້ກໍ່ສ້າງ 22 ສະຫນາມຫລິ້ນ ສ່ວນຫລາຍແມ່ນຢູ່ເຂດພູດອຍ ພູສູງ ເຂດຊາຍແດນ ໝູ່ເກາະ. “ສະຫນາມເດັກຫລິ້ນແຫ່ງການເຊື່ອມຕົວ” ແມ່ນກິດຈະກຳທີ 23 ຂອງກຸ່ມ. ດ້ວຍຄວາມຄິດ “ສະຫນາມຫລິ້ນຂອງເດັກນ້ອຍ, ຄວາມຝັນຂອງຜູ້ໃຫຍ່”, ສະມາຊິກທັງໝົດໃນກຸ່ມປາດຖະຫນາຢາກໃຫ້ນັບມື້ນັບມີເດັກນ້ອຍຫລາຍໆຄົນມີບ່ອນຫລິ້ນທີ່ປອດໄພ, ມີປະໂຫຍດ. ຄວາມດີໃຈ, ສຽງຫົວ, ຂອງພວກນ້ອງນັ້ນແມ່ນຂອງຂວັນອັນລ້ຳຄ່າ ແມ່ນກຳລັງຫນູນເພື່ອໃຫ້ກຸ່ມ “ສ້າງຄວາມຝັນ” ສືບຕໍ່ວິວັດການກໍ່ສ້າງສະຫນາມຫລິ້ນຕໍ່ໆໄປໃຫ້ເດັກນ້ອຍຢູ່ເຂດດິນແດນໃຫມ່.


top