ຂ່າວສານ

ສະຫງວນແຫຼ່ງກຳລັງເໝາະສົມເພື່ອປັບປຸງຊີວິດການເປັນຢູ່ຂອງກຳມະກອນ, ຜູ້ອອກແຮງງານ

ໄລຍະຈະມາເຖິງ, ລັດຖະບານຈະຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເອົາໃຈໃສ່, ສະຫງວນແຫຼ່ງກຳລັງເໝາະສົມເພື່ອແກ້ໄຂບັນດາບັນຫາພື້ນຖານ ເພື່ອແນໃສ່ປັບປຸງຊີວິດການເປັນຢູ່ຂອງກຳມະກອນ, ຜູ້ອອກແຮງງານ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ລາຍການ  

ຕອນເຊົ້າວັນທີ 8 ມັງກອນ, ຢູ່ແຂວງ ຝູອຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມລາຍການ “ບຸນເຕັດແຫ່ງການເຕົ້າໂຮມ - ລະດູບານໃໝ່ແຫ່ງການສະໜິດຕິດພັນ” ປີ 2023. ລາຍການນີ້ໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ, ແຂວງ ຝູອຽນ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສົມທົບກັນຈັດຕັ້ງ.

ໂດຍຕາງໜ້າການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊົມເຊີຍຢ່າງສຸດໃຈ, ຮັບຮູ້ ແລະ ອວຍພອນຜົນງານເຊິ່ງອົງການກຳມະບານ, ກຳມະກອນຜູ້ອອກແຮງງານໃນທົ່ວປະເທດເວົ້າລວມ, ບັນດາກຳມະກອນແຂວງ ຝູອຽນ ເວົ້າສະເພາະ, ບັນລຸໄດ້ໃນຊຸມປີຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງປະເທດຊາດ.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ໄລຍະຈະມາເຖິງ, ລັດຖະບານຈະຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເອົາໃຈໃສ່, ສະຫງວນແຫຼ່ງກຳລັງເໝາະສົມເພື່ອແກ້ໄຂບັນດາບັນຫາພື້ນຖານ  ເພື່ອແນໃສ່ປັບປຸງຊີວິດການເປັນຢູ່ຂອງກຳມະກອນ, ຜູ້ອອກແຮງງານ. ໃນນັ້ນ, ສຸມໃສ່ຜັນຂະຫຍາຍແຜນຮ່າງສ້າງເຮືອນຢູ່ສັງຄົມໃຫ້ໄດ້ 1 ລ້ານຫຼັງ; ພ້ອມທັງ, ມີມາດຕະການລະອຽດ, ແທດຈິງເພື່ອພັດທະນາເຮືອນຢູ່ໃຫ້ກຳມະກອນໂດຍໄວ.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 7 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ດັ້ງຟິເທື່ອງ ແລະ ແມ່ ຫວຽດນາມ ວິລະຊົນ ໂດ໋ທິເຝືອງ ຢູ່ນະຄອນ ຕຸຍຮ່ວາ, ແຂວງ ຝູອຽນ.

 


top