ຂ່າວສານ

ສະວິດ ຕີລາຄາສູງ ບົດບາດເປັນປະທານ ອາຊຽນ ຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ - 19

      ໃນກອງປະຊຸມຄະນະກຳມະການຮ່ວມມືລວມຕາມຂົງເຂດ ລະຫວ່າງ ອາຊຽນ - ສະວິດ ຄັ້ງທີ 5 ທີ່ໄດ້ຈັດຂຶ້ນທາງອອນລາຍ ໃນຕອນເຊົ້າວັນທີ 16 ຕຸລາ, ສອງຝ່າຍໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາເພີ່ມທະວີການຮ່ວມມືເຈລະຈາຕາມຂົງເຂດ ລະຫວ່າງ ອາຊຽນ - ສະວິດ.

ກອງປະຊຸມຄະນະກຳມະການຮ່ວມມືລວມຕາມຂົງເຂດ ລະຫວ່າງ ອາຊຽນ - ສະວິດ ຄັ້ງທີ 5  
      ທີ່ກອງປະຊຸມ, ສະວິດ ໄດ້ຕີລາຄາສູງວ່າ ຫວຽດນາມ ແມ່ນປະເທດ ອາຊຽນ 2020 ໄດ້ສະແດງໃຫ້ເຫັນບົດບາດປະສານງານ, ຮັກສາບັນດາການເຄື່ອນໄຫວຮ່ວມມືພາຍໃນກຸ່ມ ກໍຄື ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກຂອງ ອາຊຽນ ໄດ້ເປັນຢ່າງດີ, ຈັດຕັ້ງສຳເລັດຫຼາຍກອງປະຊຸມສຳຄັນຂອງ ອາຊຽນ; ຍົກສູງບັນດາຄວາມມານະພະຍາຍາມໃນການຮ່ວມມື, ບັນດາຂໍ້ລິເລີ່ມ ແລະ ມາດຕະການຮັບມືຢ່າງການ, ມີປະສິດທິຜົນຂອງບັນດາປະເທດ ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ - 19. ສະວິດ ກໍພວມພິຈາລະນາຄວາມສາມາດປະກອບສ່ວນເຂົ້າໃນກອງທຶນ ອາຊຽນ ເພື່ອຮັບມືກັບໂລກລະບາດໂຄວິດ - 19 ເມື່ອໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ, ພ້ອມທັງເຫັນດີຄວນເພີ່ມທະວີການຮ່ວມມື, ສ້າງເງື່ອນໄຂສະດວກໃຫ້ແກ່ດ້ານການຄ້າ, ການລົງທຶນ, ເພີ່ມທະວີລະບົບເຊື່ອມຕໍ່ເພື່ອແນໃສ່ຟື້ນຟູໃນທຸກດ້ານ ພາຍຫຼັງໂລກລະບາດໂຄວິດ - 19.
        ສະວິດຢັ້ງຢືນວ່າ ຈະສະໜັບສະໜູນການຮ່ວມມືຫຼາຍຝ່າຍ, ໃຫ້ຄຳໝັ້ນສັນຍາຖືການພົວພັນກັບ ອາຊຽນ ເປັນສຳຄັນ, ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ຢູ່ພາກພື້ນ, ພ້ອມທັງປາດຖະໜາຢາກສ້າງການພົວພັນຮ່ວມມືຢ່າງແໜ້ນແຟ້ນ ກັບ ອາຊຽນ
(ແຫຼ່ງຄັດຈາກ VOV)


top