ຂ່າວສານ

ສະມາຊິກສະພາແຫ່ງຊາດທີ່ເປັນຊາວເຜົ່າສ່ວນໜ້ອຍສວມບົດບາດເປັນຂົວຕໍ່ລະຫວ່າງສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ

ຕອນບ່າຍວັນທີ 25/5, ຢູ່ຫໍສະພາແຫ່ງຊາດ, ການນຳພັກ ແລະ ລັດ ໄດ້ມີການພົບປະກັບບັນດາສະມາຊິກ ສະພາແຫ່ງຊາດຊຸດທີ 15 ທີ່ເປັນຊາວເຜົ່າສ່ວນໜ້ອຍ.

   ທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ

ພ້ອມກັບບັນດາສະມາຊິກສະພາແຫ່ງຊາດ  

 ເຂົ້າຮ່ວມກອງປະຊຸມມີທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ເນັ້ນໜັກວ່າ: ພັກ ແລະ ລັດ ຍາມໃດກໍ່ກຳນົດມະຫາສາມັກຄີບັນດາເຜົ່າແມ່ນສິ່ງສຳຄັນທີ່ສຸດຂອງປະເທດຊາດ. ໃນຊຸມປີມໍ່ໆມານີ້, ໄດ້ມີຫຼາຍແຜນນະໂຍບາຍ ແລະ ນະໂຍບາຍພັດທະນາເສດຖະກິດ - ສັງຄົມຢູ່ເຂດບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງເທື່ອລະກ້າວ.

ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຫວັງວ່າບັນດາສະມາຊິດສະພາແຫ່ງຊາດ ແມ່ນຊາວເຜົ່າ ສ່ວນໜ້ອຍຈະຮັກສາສາຍສຳພັນກັບຜູ້ມີສິດເລືອກຕັ້ງ ເປັນປະຈຳ, ພິເສດ ແມ່ນຜູ້ມີສິດເລືອກຕັ້ງເຂດບັນດາເຜົ່າ ສ່ວນໜ້ອຍ, ເຂດພູດອຍ; ເປັນຂົວຕໍ່, ເປັນຕົວແທນໃຫ້ແກ່ຈເດຈຳນົງ ຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ເພື່ອແນໃສ່ມີຂໍ້ສະເໜີແນະທີ່ ສອດຄ່ອງກັບຄວາມໃນໃຈ ແລະ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງບັນດາຊົນເຜົ່າສ່ວນໜ້ອຍກັບບັນດາອົງການທີ່ມີສິດອຳນາດ.


top