ຂ່າວສານ

ສະມາຊິກສະພາແຫ່ງຊາດຕີລາຄາກ່ຽວກັບວາລະຊັກຖາມ

ພາຍຫຼັງວາລະຊັກຖາມ, ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາວ່າ ວາລະຊັກຖາມໄດ້ສະແດງໃຫ້ເຫັນການປ່ຽນໃໝ່
  ສະມາຊິກສະພາແຫ່ງຊາດແຂວງ ເລີມດົ່ງ ກ່າວຄຳເຫັນທີ່ກອງປະຊຸມ (ພາບປະກອບ)  

 ຕອນບ່າຍວັນທີ 9 ມິຖຸນາ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ປະຕິບັດສຳເລັດວາລະຊັກຖາມ ແລະ ຕອບຄຳຊັກຖາມ ທີ່ແກ່ຍາວເປັນເວລາ 2 ມື້ເຄິ່ງ. ພາຍຫຼັງວາລະຊັກຖາມ, ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາວ່າ ວາລະຊັກຖາມໄດ້ສະແດງໃຫ້ເຫັນການປ່ຽນໃໝ່, ມີເວລາຫຼາຍເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດດຳເນີນການຊັກຖາມ.

ທ່ານ ເຈິ່ນ ວັນ ເລິມ, ສະມາຊິກສະພາແຫ່ງຊາດແຂວງ ບັກຢາງ ໄດ້ຕີລາຄາສູງການບໍລິຫານຂອງປະທານວາລະປະຊຸມ ແລະ ຖືວ່າ:

“ບັນຫາທີ່ສະພາແຫ່ງຊາດເລືອກເຟັ້ນເພື່ອດຳເນີນການຊັກຖາມຄັ້ງນີ້, ບັນດາຄຳຖາມເຊິ່ງສະມາຊິກສະພາແຫ່ງຊາດຍົກອອກມາລ້ວນແຕ່ມີຈຸດເລີ່ມຕົ້ນມາຈາກພຶດຕິກຳຕົວຈິງ, ສ່ອງແສງຄວາມມຸ່ງມາດປາດຖາໜາ, ຄວາມເຫັນຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ. ເວົ້າລວມແລ້ວ, ຄຳຕອບຂອງບັນດາລັດຖະມົນຕີກໍ່ກົງໄປກົງມາ, ເຂົ້າປະເດັນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການເຊິ່ງສະມາຊິກສະພາແຫ່ງຊາດຍົກອອກມາໂດຍພື້ນຖານ. ໝາກຜົນນີ້ຍັງອີງໃສ່ພື້ນຖານຂອງການບໍລິຫານທີ່ເປັນເຈົ້າການ, ມີໄຫວພິບ, ແຫຼມຄົມຂອງປະທານສະພາແຫ່ງຊາດ. ສຳຄັນທີ່ສຸດແມ່ນໃນໄລຍະຈະມາເຖິງ, ຂະແໜງການຕ້ອງເຮັດຫຍັງແດ່ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ, ຕໍ່ກັບເນື້ອໃນທີ່ໄດ້ຍົກອອກມາຊັກຖາມ.”


top